ຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານສໍ້ລາດບັງຫລວງຈະໂຮມປະຊຸມໃນວັນທີ18/04

ຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານສໍ້ລາດບັງຫລວງຈະໂຮມປະຊຸມໃນວັນທີ18/04 - ảnh 1
ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່
ເປັນປະທານກອງປະຊຸມເທື່ອທີ 9

(vovworld) –  ​ ຕາມ​ແຈ້ງ​ການ​ຂອງ​ຄະນະວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງ, ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ການສໍ້​ລາດ​ບັງ​ຫລວງ​ຈະ​ໂຮມປະຊຸມ​ໃນ​ວັນ​ທີ 18/04 ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມມູນິດ ຫວຽດນາມ ຫົວໜ້າ​ຄະນະ​ຊີ້​ນຳ.

        ທີ່​ກອງ​ປະຊຸມ​ຄັ້ງນີ້, ຄະນະ​ປະ​ຈຳຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ປ້ອງ​ກັນຕ້ານການ​ສໍ້​ລາດບັງ​ຫລວງຈະ​ປຶກສາ​ຫາລື ​ໃຫ້​ຄຳ​ເຫັນ​ສຳລັບ​ບັນດາ​ເນື້ອ​ໃນ: ລາຍ​ງານ​ສະ​ເໜີ​ບາງ​ທັດສະນະ, ກຳນົດ​ທິດ​ປັບ​ປຸງ, ​ເພີ່ມ​ເຕີ່​ມບັນດາຂໍ້ກຳນົດ​ກ່ຽວ​ກັບ​ພາລະ​ບົດບາດໜ້າ​ທີ, ຂອບ​ເຂດ​ສິດ​ອຳນາດ, ການຈັດ​ຕັ້ງ​ກົງຈັກຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ປ້ອງ​ກັນ​ຕ້ານການ​ສໍ້​ລາດ​ບັງ​ຫລວງ. ​ແລະ​ກໍ່​ໃນ​ກອງ​ປະຊຸມ​ນີ້ ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການປ້ອງ​ກັນ​ຕ້ານການ​ສໍ້​ລາດ​ບັງ​ຫລວງ​ຈະ​ຮ່າງ​ລາຍການ, ​ເນື້ອ​ໃນ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຕ້ານການ​ສໍ້​ລາດ​ບັງ​ຫລວງ.


ຂ່າວ/ບົດ​ອື່ນ