ຄະນະປະຈຳສະພາແຫ່ງ ຊາດກະກຽມຈັດວາລະ ປະຊຸມຄັ້ງທີ 32


ຄະນະປະຈຳສະພາແຫ່ງ ຊາດກະກຽມຈັດວາລະ ປະຊຸມຄັ້ງທີ 32 - ảnh 1

 (ພາບປະກອບ: vov)

 (vovworld)- ​ວາລະ​ປະຊຸມ​ຄັ້ງທີ 32 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 6-9/10 ສຸມ​ໃສ່​ບັນດາ​ເນື້ອ​ໃນ​ໃຫ້​ແກ່​ກອງ​ປ​ະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຊຸດ​ທີ 13 ທີ່​ຂະ​ໄຂ​ຂຶ້ນ​ໃນ​ເດືອນ 10/2014 ນີ້.

   ທີ່​ວາລະ​ປະຊຸມ​ຄັ້ງທີ 32, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ແຜນການ​ກວດ​ສອບ​ບັນຊີປີ 2015 ​ແລະ ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2014; ແຜນການ​ພັດທະນາເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ, ວິທີ​ການຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2015.

   ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຈະຮັບ​ຟັງ​ຄະນະ​ຕິດຕາມ​ກວດກາ​ລາຍ​ງານ, ລັດຖະບານ​ງາຍ​ງານ (​ເພິ່ມ​ເຕີມ) ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ປ້ອງ​ການ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ເຂດ​ທົ່ງພຽງ​ແມ່ນ້ຳຂອງ./.

ຂ່າວ/ບົດ​ອື່ນ