ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ

ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍວຽກເຮັດງານທຳ - ảnh 1
ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 11/4, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ. ຜ່ານ​ການ​ປຶກ​ສາ​ຫາລື, ບັນດາ​ສະມາຊິກ​ຂ​ອງ​ຄະນະ​ປະຈຳສະພາ​ແຫ່ງ​ຊາດ​​ເຫັນ​ດີ​ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ. ຍ້ອນ​ວ່າ​ປະຈຸ​ບັນ, ຫວຽດນາມ ມີ​ເກືອບ 34% ຈຳນວນຄົນ​ງານ​ເຮັດ​ວຽກໄດ້ຮັບ​ເງິ​ນ​ເດືອນ​ເທົ່າ​ນັ້ນ ​ແລະ ຍັງ​ມີ​​ເກືອບ 70% ຈຳນວນຄົນ​ງານ​ບໍ່​ມີ​ວຽກເຮັດງານທຳຢ່າງເປັນທາງການ​​ໃນ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ດັ່ງ​ນັ້ນ, ​ເລື່ອງ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ​ເພື່ອແນໃສ່​ປະກອບສ່ວນ​ພັດທະນາ​​ບັນດາ​ປັດ​ໄຈ​ຂອງ​ຕະຫຼາດ​ຄົນ​ງານຄົບ​ຊຸດ. ຮ່າງ​ກົດໝາຍ ຄວນ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ນະ​ໂຍບາຍ​ໜູນ​ຊ່ວຍ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ. ຄຳ​ເຫັນ​ລວມຂອງ​ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແມ່ນ​ເຫັນ​ດີ​ເຫັນ​ພ​້ອມຕໍ່​ຂໍ້​ກຳນົດ​ຕ່າງໆກ່ຽວກັບນະໂຍບາຍວຽກເຮັດງານທຳ​ຄື: ນະ​ໂຍບາຍ​ສິນ​ເຊື່ອ​ກູ້ຢືມທຶນ​ສ້າງ​ວຽກ​ເຮັດ​ງານ​ທຳ, ໜູນ​ຊ່ວຍ​ນຳ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດຕາມ​ສັນຍາ, ໜູນ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ໜຸ່ມ. ພ້ອມ​ທັງ​ສະ​ເໜີ​ໃຫ້​ຮ່າງ​ກົດໝາຍ​ຕ້ອງ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົ​ດ​ເພື່ອ​ຮັບປະກັນ​ລັກສະນະ​​ເຊື່ອມ​ຕໍ​່ລະຫວ່າງ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍສ້າງ​ວຽກ​ເຮັດ​ງານ​ທຳ​ສຳລັບ​ນະ​ໂຍບາຍ​ປະກັນ​ໄພ​ວ່າງ​ງານ.

ຂ່າວ/ບົດ​ອື່ນ