ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ຕິດຕາມກວດກາການຄຸ້ມຄອງ,ນຳໃຊ້ທີ່ດິນ

ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ຕິດຕາມກວດກາການຄຸ້ມຄອງ,ນຳໃຊ້ທີ່ດິນ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 22/9, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ຄະນະ​ຕິດຕາມ​ກວດກາ​ລາຍ​ງານ​ກ່ຽວ​ກັບ “ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ,ນຳ​ໃຊ້​ທີ່​ດິນຢູ່​ນິຄົມ​ລັດ​ວິ​ສາ​ຫະກິດ​ຕ່າງໆ, ​ໄລຍະ 2004-2014“. ບັນດາ​ຄວາມ​ເຫັນ​ທີ່​ວາລະ​ປະຊຸມ​ສະ​ເໜີ ຄະນະ​ຕິດຕາມ​ກວດກາ ຕ້ອງ​ມີ​ການ​ຕີ​ລາຄາ​ຢ່າງ​ເໝາະ​ສົມ ​ແລະ ຢືນ​ຢັນ​ບົດບາດ​ສຳຄັນ​ຂອງ​ນິຄົມ​ຕ່າງໆ​ໃນ​ການ​ປະກອບສ່ວນ​ເຮັດ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ໃນ​ເຂດ​ພູດ​ອຍມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ. ບັນດາ​ຜູ້​ແທນ​ສະ​ເໜີ​ຄວນ​ສະຫງວນ​ບ້ວງ​ເງິນ​ທີ່​ເໝາະ​ສົມ ​ເພື່ອ​ກຳນົດ​ຄືນ​ທີ່​ດິນ​ຂອງ​ນິຄົມ​ກະ​ເສດ, ພ້ອມ​ທັງ​ຈັດ​ຕັ້ງ​ຄືນ​ສາຍ​ພົວພັນ​ຜະລິດ​ກັບ​ນິຄົມ​ກະ​ເສດ. ຍາມ​ໃດ​ມອບ​ດິນ​, ມອບ​ປ່າຕິດ​ພັນ​ກັບ​ຄວາມ​ຮັບຜິດຊອບ, ຈຶ່ງ​ປະຕິບັດ​ໄດ້​ຄາດໝາຍ​ທີ່​ໄດ້​ວາງ​ອອກ, ຫຼີກ​ເວັ້ນການ​ຟຸມ​ເຟືອຍ​ທີ່​ດິນ, ພັດທະນາ​ເສດຖະກິດ - ສັງຄົມ.

        ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ຄະນະ​ຕິດຕາມ​ກວດກາ, ສະ​ເໜີ​ສະພາ​ແຫ່ງ​ຊາດ ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ຜົນ​ແຫ່ງ​ການ​ຕິດຕາມ​ກວດກາ​ການປະຕິບັດນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ​ນິຄົມ​ກະ​ເສດ ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.

ຂ່າວ/ບົດ​ອື່ນ