ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບການດັດສົມເຂດແດນບໍລິຫານ

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບການດັດສົມເຂດແດນບໍລິຫານ - ảnh 1

ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງປະກອບຄຳເຫັນ
(ພາບ:TTXVN)

(vovworld) - ວັນ​ທີ 11/3, ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 36, ດ້ວຍການ ​ເຫັນ​ດີ​ເຫັນ​ພ້ອມສູງ​ແມ່ນ100%, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ​ໄດ້​ຮັບຮອງ​ເອົາ​ໃບ​ສະ​ເໜີ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ເທດສະບານ​ດົງ​ຈ່ຽວ, ​ແຂວງ​ກວາງ​ນິງ; ​ເທດສະບານ​ດ້ຽນບ່ານ, ​ແຂວງ​ກວາງ​ນາມ; ນະຄອນ​ບັກ​ກ້ານ, ​ແຂວງ​ບັກ​ກ້ານ ​ແລະ ສ້າງ​ຕັ້ງ​ເມືອງ​ໃໝ່ Ia Hdrai, ​ແຂວງ​ກອນ​ຕຸ​ມ. ນີ້​ ແມ່ນ​ເທື່ອ​ທຳ​ອິດ​ທີ່ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ປະຕິບັດ​ສິດ​ຕັດສິນ, ​ຜ່ານ​ການ​ດັດສົມ​ເຂດ​ແດນ​ບໍລິຫານ​ຂັ້ນ​ເມືອງ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຖື​ວ່າ: ​ໃບ​ສະ​ເໜີ​ຂອງ​ລັດຖະບານ ​ໄດ້​ຕີ​ລາຄາ​ຮອບ​ດ້ານ​ພໍ​ສົມຄວນກ່ຽວ​ກັບ​ຄວາມ​ສະດວກ ​ແລະ ຄວາມ​ຫຍຸ້ງຍາກ, ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ເຊິ່ງທ້ອງ​ຖີ່​ນ​ເຫຼົ່າ​ນັ້ນ​ຕ້ອງ​ສືບ​ຕໍ່ສູ້​ຊົນ​ເພື່ອ​ສຳ​ເລັດ​ບັນດາ​ມາດຖານ.

        ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ການ​ກະກຽມ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະຖິຕິ (ສະບັບ​ປັບປຸງ)

ຂ່າວ/ບົດ​ອື່ນ