ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ,ນຳໃຊ້ອາວຸດ,ວັດຖຸລະເບີດ

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ,ນຳໃຊ້ອາວຸດ,ວັດຖຸລະເບີດ - ảnh 1
​ທ່ານ ຟານ​ແທງ​ບີ່ງ, ຫົວ​ໜ້າ​ກຳ​ມະ​ທິ​ການ​ວັດ​ທະ​ນະ​ທຳ, ສືກ​ສາ, ຊາວ​ໜຸ່ມ, ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ​ຂອງ​ສະ​ພາ​ແຫ່ງ​ຊາດ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ

(vovworld) – ໂດຍ​ສືບ​ຕໍ່​ໂຄງ​ການ​ເຮັດ​ວຽກ​ຂອງວາ​ລະ​ປະ​ຊຸມ​ຄັ້ງ​ທີ 9, ຕອ​ນ​ເຊົ້າ​ວັນ​ທີ 22/4, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຮັບ​ເອົາ, ປັ​ບ​ປຸງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ອາ​ວຸດ, ວັດ​ຖຸ​ລະ​ເບີດ ແລະ ອຸ​ປະ​ກອນ​ໜູນ​ຊ່ວຍ. ຜ່ານ​ການ​ປຶກ​ສາ​ຫາ​ລື, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ເຫັນ​ດີ​ໂດຍ​ພື້ນ​ຖານຫຼາຍ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ເພີ່ມ​ເຕີມ, ປັບ​ປຸງຂອງ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້​ພາຍຫຼັງ​ຮັບ​ເອົາ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຄັ້ງ​ກ່ອນ. ສະ​ເພາະ, ຂໍ້​ກຳ​ນົດ​​ໃນ​ມາດ​ຕາ 15 ກ່ຽວ​ກັບ​ການ​ຄົ້ນ​ຄ້​ວາ, ປະ​ດິດ​ສ້າງ, ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ສ້ອມ​ແປງ, ສົ່ງ​ອອກ, ນຳ​ເຂົ້າ​ອາ​​ວຸ​ດ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ.

        ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກອ​ບ​ຄຳ​ເຫັນ​ກ່ຽວ​ກັບ​ໂຄງ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ