ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນກ່ຽວກັບໃບສະເໜີແຜນຮ່າງປ່ຽນໃໝ່ປື້ມຕຳລາຮຽນສາມັນ

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນກ່ຽວກັບໃບສະເໜີແຜນຮ່າງປ່ຽນໃໝ່ປື້ມຕຳລາຮຽນສາມັນ - ảnh 1
ລ​ັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ແລະ ບ​ຳ​ລຸງ​ສ້າງ ຟ້າມ​ຫວູ​ລ້ວນ ແນະ​ນຳ​ໃບ​ສະ​ເໜີ

(vovworld) –  ​ໂດຍ​ສືບ​ຕໍ່​ລາຍ​ການ​ເຮັດ​ວຽກ​ຂອງວາ​ລະ​ປະ​ຊຸມ​ຄັ້ງ​ທີ 31, ຕອນ​ເຊົ້າ​ວັນ​ທີ 27/9, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ໃບ​ສະ​ເໜີ​ແຜນ​ຮ່າງ​ປ່ຽນ​ໃໝ່​ປື້ມ​ຕຳ​ລາ​ຮຽນ​ສາ​ມັນ ແລະ ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ລາຍ​ການ, ປື້ມ​ຕຳ​ລາ​ຮຽນ​ສາ​ມັນ. ໃບ​ສະ​ເໜີ​ຂອງ​ລັດ​ຖະ​ບານ​ເນັ້ນ​ໜັກ​ເຖິງຄວາມ​ຈຳ​ເປັນ​ຕ້ອງ​ປະ​ກາດ​ໃຊ້​ມະ​ຕິ​ຂອ​ງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ລາຍ​ການ, ປື້ມ​ຕຳ​ລາ​ຮຽນ​ສາ​ມັນ​ເພື່ອ​ແນ​ໃສ່​ຫັນ​ເປັນ​ລະ​ບອບ​ບັນ​ດາ​ນະ​ໂຍ​ບາຍ, ແນວ​ທາງ, ທັດ​ສະ​ນະ​ໃໝ່​ຂອງ​ພັກ​ກ່ຽວ​ກັບ​ການ​ສຶກ​ສາ​ຂັ້ນ​ມັດ​ທະ​ຍົມ​ຕອນ​ປາຍ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ປ່ຽນ​ໃໝ່​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ໂດຍ​ພື້ນ​ຖານ, ຮອບ​ດ້ານ, ຍົກ​ສູງ​​ຄຸນນ​ະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຫັນ​​ເປັນ​ປະ​ເທດອຸດ​ສາ​ຫະ​ກຳ, ທ​ັນ​ສະ​ໄໝ ແລະ ເໝາ​ະ​ສົມ​ກັບ​ລັດ​ຖະ​ທຳ​ມະ​ນູນ​ທີ່​ຫາກໍ່​ໄດ້​ປະ​ກາດ​ໃຊ້. ກ່ຽວ​ກັບ​ກົນ​ໄກ​ການ​ສຶກ​ສາ​ຂັ້ນ​ມັດ​ທະ​ຍົມ​ຕອນ​ປາຍ, ທ່ານ ຟູ່ງກວກຫຽນ, ຫົວ​ໜ້າ​ກຳ​ມາ​ທິ​ການ​ການ​ເງິນ - ທະ​ນາ​ຄານ​ຂອງ​ສະ​ພາ​ແຫ່ງ​ຊາດ, ເນັ້ນ​ໜັກ​ວ່າ:

        “ສະ​ເພາະ​ຂັ້ນ​ປ​ະ​ຖົ​ມ ແລະ ມັດ​ຖະ​ຍົມ​ຕອນ​ຕົ້ນ, ຂ້າ​ພະ​ເຈົ້າ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ໄລ​ຍະ​ເວ​ລາ​ຮຽນ​ແມ່ນ 9 ປີ, ສ່ວນ​ຂັ້ນ​ມັດ​ທະ​ຍົມ​ຕອນ​ປາຍ​ຄວນ​ຮັກ​ສາ​ໄລ​ຍະ​ເວ​ລາ 12 ປີ. ການສຶກ​ສາ​ຢູ່​ຂັ້ນມັດ​ທະ​ຍົມ​ຕອນ​ປາຍ​ພວກ​ເຮົາ​ຄວນ​ສຶກ​ສາ​ຕາມ​​ທິດ​ແນະ​ນຳ​ວິ​ຊາ​ຊີບ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເລື່ອງ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​​ປ່ຽນ​ໃໝ່​ປື້ມ​ຕຳ​ລາ​ຮຽນ​ນັ້ນ​ຕ້ອງ​ເຮັດ​ຄື​ແນວ​ໃດ​ໃຫ້​ເຂົ້າ​ໃຈ​ງ່າຍ”

ຂ່າວ/ບົດ​ອື່ນ