ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສສຊແລະສະມາຊິກສະພາປະຊາຊົນ

ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສສຊແລະສະມາຊິກສະພາປະຊາຊົນ - ảnh 1
ພາບ​ປະ​ກອບ

(vovworld) – ​​ໂດຍ​ສືບຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 35 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຕອນ​ບ່າຍ​ວັນ​ທີ 25/2, ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ ​(ສສຊ) ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ປະຊາ​ມະຕິ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ສສຊ ​ແລະ ສະພາ​ປະຊາຊົນ. ​ເມື່ອ​ໃຫ້​ຄຳ​ເຫັນ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ປະຊາ​ມະຕິ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້​ກົດໝາຍ​ນີ້ ​ເພື່ອ​ເສີມ​ຂະຫຍາຍ​ສິດ​ປະຊາທິປະ​ໄຕ​ຂອງ​ປະຊາຊົນ​ກວ່າ​ອີກ. ​ພິ​ເສດ​ແມ່ນ​ສິດ​ປະຊາທິປະ​ໄຕ​ໂດຍ​ກົງ, ​ແຕ່​ສະ​ເໜີ​ຕ້ອງ​ມີ​ບັນດາ​ຂໍ້​ກຳນົດ​ຢ່າງ​ແໜ້ນ​ແຟ້ນ, ຈະ​ແຈ້ງ ​ເພື່ອ​ຫຼີກ​ເວັ້ນສະພາບ​ສວຍ​ໃຊ້​ປະຊາທິປະ​ໄຕ​ເພື່ອ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ.
ກ່ອນໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 25/2, ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດໄດ້​ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 35, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນ​ຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຂອ​ງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ. ຄຳ​ເຫັນ​ສ່ວນຫຼາຍ​ເ​ຫັນ​ດີ​ເຫັນ​ພ້ອມ​ກັບ​ວິ​ທີ​ຮັກ​ສາ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຄື​ເນື້ອ​ໃນ​ຂອງຮ່າງ​ກົດ​ໝາຍ. ຕາມນັ້ນ​ແລ້ວ, ສະ​ພານີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປະ​ກາດ​ວັນ​ເລືອກ​ຕັ້ງ ແລະ ສິ້​ນສຸດ​ໜ້າ​ທີ່​ພາຍຫຼັງ​ສະ​ພາ​ແຫ່ງ​ຊາດ​ຢັ້ງ​ຢືນ​ຖາ​ນະ​ເປັນ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ທ່ານ​ນາງ ເຈືອງ​ທິ​ມາຍ, ຫົວ​ໜ້າ​ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາ​ດ​ຖື​ວ່າ:

        “ເບິ່ງຕົວ​ຈິງ, ຂ້າ​ພະ​ເຈົ້າ​ເຫັນ​ດີ​ຕໍ່​ຄຳ​ເຫັນ ແລະ ຄວນ​ສ້າງ​ຕັ້ງ​ສະ​ພາ​ເລືອກ​ຕັ້ງ​ຕາມ​ແຕ່​ລະ​ອາ​ຍຸ​ການ. ຖ້າ​ຫາກ​ຈຳ​ເປັນ​ຕ້ອງ​ເລືອກ​ຕັ້ງ​ເພີ່ມ​ເຕີມ, ພວກ​ເຮົາ​ປະ​ຕິ​ບັດ​ຕາມ​ວິ​ວັດ​ທະ​ນາ​ການ​ຄື​ດັ່ງ​ລັດ​ຖະ​ທຳ​ມະ​ນູນ, ນັ້ນ​ແມ່ນ​ການ​ສ້າງ​ຕັ້ງ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ແລະ ສະ​ພານີ້​ຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ ສ​ສ​ຊ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ວຽກ​ງານນີ້ກໍ່​ບໍ່​ຍ​າກ​ປານ​ໃດ.”

        ​ສ່ວນ​ທ່ານ ຟູ່ງກວກ​ຫຽນ, ຫົວ​ໜ້າ​ກ​ຳ​ມາ​ທິ​ການ​ການ​ເງິນ - ງົບ​ປະ​ມານ​ຂອງ​ສະ​ພາ​ແຫ່ງ​ຊາດ, ຊີ້​ແຈ້ງວ່າ:

        “ຍົກ​ຕົວ​ຢ່າງ​ຄື: ອາ​ຍຸ​ການ​ຜ່ານ​ມາ ພວກ​ເຮົາ​ກຳ​ນົດ​ອັດ​ຕາ ສ​ສ​ຊ ຍິງ​ແມ່ນ 30 – 35% ແຕ່​ໃນ​ຕົວ​ຈິງບໍ່​ບັນ​ລຸ​ໄດ້​ອັດ​ຕານີ້ ເຊິ່ງ​ກົດ​ໝາຍ​ກຳ​ນົດ​ແມ່ນ​ກ່​ວາ 30%. ຖ​້າ​ຫາກບໍ່​ບັນ​ລຸ​ໄດ້​ອັດ​ຕາ​ດັ່ງ​ກ່າວ, ການ​ເລືອ​ກ​ຕັ້ງ​ຈະ​ໄດ້​ຮັບ​ການ​ຮັບ​ຮູ້​ບ​ໍ່? ດັ່ງ​ນັ້ນ ຕາມ​ຂ້າ​ພະ​ເຈົ້​າ​ແລ້ວ​ຄວ​ນ​ກຳ​ນົດ​​ວ່າ​ໃນແຕ່​ລະ​ອາ​ຍຸ​ການ​ຄວນ​ກຳ​ນົດ​ອັດ​ຕາ​ເໝາະ​ສົມ ແຕ່​ອັດ​ຕານັ້ນ​ຍັງ​ອີງ​ໃສ່​ລະ​ດັບ​​ຄວາມ​ໄວ້​ວາງ​ໃຈ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແຕ່​ລະ​ທ່ານນັ້ນ​ຢູ່​ບ່ອນ​ສະ​ໝັກ​ຮັບ​ເລືອກ​ຕັ້ງ.”

 


ຕອບກັບ

ຂ່າວ/ບົດ​ອື່ນ