ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ

ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ - ảnh 1
ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄວາມ​ເຫັນ​ຕໍ່​​ໃບ​ສະ​ເໜີ​ຂອງ​ລັດຖະບານ
(ພາບ: google.com.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 9/10, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄວາມ​ເຫັນ​ຕໍ່​​ໃບ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ເລື່ອງ​​ປັບປຸງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນ​ຢັດ​ປີ 2012 ​ແລະ ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ສະພາ​ແຫ່ງ​ຊາດ​ຕົກລົງ​ນຳຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ການ​ຊື້​ເຄື່ອງ​ຂອງ​ຂອງ​ລັດ​ເຂົ້າ​ໃນ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນ​ຢັດປີ​ນີ້ ​ແລະ ​ປີ 2013; ​ຄາດ​ວ່າ​ຈະ​ຍື່ນ​ສະ​ເໜີຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສະ​ໄໝ​ທີ 4  ​ແລະ ຮັບຮອງ​ເອົາທີ່​ກອງ​ປະຊຸມ​ສະ​ໄໝ​ທີ 5. ລັດຖະບານ​ກໍ່​ສະ​ເໜີ​ເພີ່ມ​ເຕີມ​ຮ່າງ​ລັດຖະບັນ​ຢັດ​ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນ​ຢັດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ອາວຸດ, ວັດຖຸ​ລະ​ເບີດ ​ແລະ ​ເຄື່ອງມື​ໜູ​ນຊ່ວຍ​ເຂົ້າ​ໃນ​​ໂຄງການ​ຂອງ​ປີ​ນີ້ ​ເພື່ອ​ຍື່ສະ​ເໜີ​ຕໍ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ພິຈາລະນາ, ຮັບຮອງ​ເອົາ​ຕາມ​ຂັ້ນ​ຕອນ, ລະບຽບ​ການ.

ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ໂດຍ​ພື້ນຖານ​ຕໍ່​ບັນດາ​ຂໍ້​ສະ​ເໜີ​ຂອງ​ລັດຖະບານ, ພ້ອມ​ທັງ​ຕົກລົງ​ຖອນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ, ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳ​ມະ​ໂນ​ຄົວ​ອອກ​ຈາກ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນ​ຢັດ​ປີ​ນີ້. ສຳ​ຫຼັບ​ຂໍ້​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ເພີ່ມ​ເຕີມ​ຮ່າງ​ລັດຖະບັນ​ຢັດ​ວ່າ​ດ້ວຍ​ເຫຼື້ອມ​ໃສ, ສາສະໜາ (ສະບັບ​ປັບປຸງ) ​ເຂົ້າ​ໂຄງການທາງ​ການ​ຂອງສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ເພື່ອ​ຍື່ນ​ສະ​ເໜີ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ພິຈາລະນາ ຮັບຮອງ​ເອົາ​ໃນ​ປີ 2014, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຖື​ວ່າ, ອົງການ​ຍື່ນ​​ແຜນ​ຮ່າງ​ຄວນ​ສືບ​ຕໍ່​ຄົ້ນ​ຄ້ວາ, ກະກຽມ ​ແລະ ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ເມື່ອພິຈາລະນາ, ຕົກລົງ​ໂຄງການສ້າງ​ກົດໝາຍ, ລັດຖະບັນ​ຢັດ​ປີ 2014.

ຂ່າວ/ບົດ​ອື່ນ