ຄະນະປະຈຳສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບລະບອບນະໂຍບາຍຂອງສະມາຊິກສະພາປະຊາຊົນ

ຄະນະປະຈຳສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບລະບອບນະໂຍບາຍຂອງສະມາຊິກສະພາປະຊາຊົນ - ảnh 1
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້ໄຂ​ວາ​ລະ​​ປະ​ຊຸ​ມ ຄັ້ງ​ທີ 47
(ພາບ: TTXVN)

(vovworld) – ໃນ​ຕອນ​ເຊົ້າ​ວັນ​ທີ 25/4, ທີ່ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ພາຍ​ໃຕ້​ການ​ເປັນ​ປະ​​ທານ​ຂອງ​​ ທ່ານ ນາງ ຫງວຽນ​ທິ​ກີມ​ເງີນ ປະ​ທານສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້ໄຂ​ວາ​ລະ​​ປະ​ຊຸ​ມ ຄັ້ງ​ທີ 47, ໃຫ້​ຄຳ​ເຫັນ​ກ່ຽວ​ກັ​ບ ​ການ​ປະ​ກາດ​ໃຊ້ ​ມະ​ຕິ ​ກ່ຽວ​ກັບ ລະ​ບອບ, ນະ​ໂຍ​ບາຍ ແລະ ບັນ​ດາ​ເງື່ອນ​ໄຂ ​ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ ຂອງສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ. ປຶກ​ສາ​ຫາ​ລື​ທີ່ວາ​ລະ​ປະ​ຊຸ​ມ, ບັນ​ດາ​ສະ​ມາ​ຊິກ ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ເຫັນ​ດີ​ເຫັນ​ພ້ອມ ​ຕໍ່ຄວາມ​ຈຳ​ເປັນໃນ​ການ​​ສ້າງ ມະ​ຕິ​​ຂໍ​້​ກຳ​ນົດ​ກ່ຽວ​ກັບ​ ລະ​ບອບ, ນະ​ໂຍ​ບາຍ ແລະ ບັນ​ດາ​ເງື່ອນ​ໄຂ​ຮັບ​ປະ​ກັນ ​ການ​ເຄື່ອນ​ໄຫວ ຂອງສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ  ແລະ ຖື​ວ່າ: ນີ້​ແມ່ນ​ເນື້ອ​ໃນ​ສຳ​ຄັນ ​ເພື່ອແນ່​ໃສ່​ກຳ​ນົດ​ ລາຍ​ລະ​ອຽດ​   ກ່ຽວ​ກັບ​ການປະ​ຕິ​ບັດ​ກ​ົດ​ໝາຍວ່າ​ດ້ວຍ​ອ​ຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ.

        ຕໍ່ຈາກນັ້ນ, ດ້ວຍ​ບັດການ​ເຫັນ​ດີ​ເຫັນ​ພ​້ອມ100%, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຮັບ​ຮອງ​ເອົ​າ​ມະ​ຕິ​ກ່ຽວ​ກັບ​​ລະ​ບອບ, ນະ​ໂຍ​ບາຍ ບັນ​ດາ​ເງື່ອນ​ໄຂ​ ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ ຂອງສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ. ​ກໍ່ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ ​ໃບ​ສະ​ເໜີ ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ກ່ຽວ​ກັບ​​ເຄື່ອງ​ແບບ ແລະ ບັດ​ປະ​ຈຳ​ຕົວ ຂອງ​ຜູ້​ພິ​ພາກ​ສາ​ສານ​ປະ​ຊາ​ຊົນ. ກ່ຽວ​ກັບ​ລະ​ບອບ​ເງິນ​ເດືອນ, ​ເງິນ​ອຸດ​ໜູນ ສຳ​ລັບ​ພະ​ນັກ​ງານ, ລັດ​ຖະ​ກອນ ແລ​ະ​ ຜູ້​ອອກ​ແຮງ​ງານ ໃນ​ສານ​ປະ​ຊາ​ຊົນ​ ກ່ຽວ​ກັບ​ການ​ເພີ່ມ​ເຕີມ​​ ​ບັນ​ຈຸ​ພະ​ນັກງານຊົ່ວ​ຄາວ, ຈຳ​ນວນ​ຜູ້​ພິ​ພາກ​ສາ​ຂັ້ນ​ສູງ ລະ​ດັບ​ປານ​ກາງ ແລະ ຂັ້ນ​ປະ​ຖົມ.

   ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ​ສະ​ເໜີ​ແຕ່ງ​ຕັ້ງ​ເອກອ​ັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ສ.ຫວຽດ​ນາມ ປະ​ຈຳ​ບາງ​ປະ​ເທດ ອາ​ຍຸ​ການ 2016 – 2019.

ຂ່າວ/ບົດ​ອື່ນ