ຄະນະປະຕິບັດງານ ເຫຼົ່າທັບເຮືອຫວຽດນາມ ຢ້ຽມຢາມ ຮ້ານຍາມ DK1

ຄະນະປະຕິບັດງານ ເຫຼົ່າທັບເຮືອຫວຽດນາມ ຢ້ຽມຢາມ ຮ້ານຍາມ DK1 - ảnh 1
ບັນດາຜູ້ແທນປ່ອຍດອກໄມ້ອາໄລຫາບັນດານັກຮົບທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ, ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ


vovworld- ​ ວັນ​ທີ 3/5, ຄະນະປະຕິບັດງານເຫຼົ່າທັບເຮືອຫວຽດນາມ, ພະນັກງານຂະແໜງການເງິນຫວຽດນຍາມ ພ້ອມກັບນັກຂ່າວ, ສິລະປີນ... ໄດ້ໄປຢ້ຽມຢາມບັນດາພະນັກງານ, ນັກຮົບປະຈຳການຢູ່ຮ້ານຍາມ DK1, ​ແຂວງ​ບາ​ເຮ້ຍ​ວຸ້ງ​ເຕົາ. ກ່ອນ​ໜ້າ​ນັ້ນ, ​ເມື່ອ​​ເດີນຜ່ານ​ເຂດ​ທະ​ເລ ຟຸກງວຽນ, ຄະນະ​ປະຕິບັດ​ງານ​ໃນ​ກຳ​ປັ່ນ HQ 960 ​ໄດ້​ທຳ​ພິທີ​ອາ​ໄລ​ຫາ​ພະນັກງານ, ທະຫານ​ເຮືອ​ຈຳນວນ​ໜຶ່ງທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ, ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ. ​ແບບຢ່າ​ງ​ເສຍສະຫຼະ​ຊີວິດ​ຂອງ​ບັນດາ​ພະນັກງານ, ນັກຮົບ​ຢູ່​ບັນດາ​ຮ້ານ​ຍາມ DK ​ໄດ້​ກາຍ​ເປັນ​ສັນຍາ​ລັກ​ອັນ​ສູງ​ສົ່ງ, ​ເຕັ​ມໄປດ້ວຍ​ຄຸນ​ນະ​ທາດ​ວິລະ​ຊົນ​ຂອງ​ກຳລັງ​ທະຫານ​ເຮ​ືອຫວຽດນາມ ​ແລະ ຄຸນ​ນະ​ທາດ​“ອ້າຍ​ທະຫານ​ລຸງ​ໂຮ່”ຂອງກອງທັບ​ປະຊາຊົນ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອາ​ໄລ​ຫາ, ພັນ​ເອກ Le  Manh Tien ຮອງ​ຫົວໜ້າ​ເສນາ​ທີ​ການ​ໃຫຍ່​ເຫຼົ່າ​ທັບ​ເຮືອ​ຫວຽດນາມ​ເນັ້ນ​ໜັກ​ວ່າ :

   “ ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ, ລັດ, ກອງທັບ ​ແລະ ​ເຫຼົ່າ​ທັບ​ເຮືອ, ຂະ​ແໜງ​ການ, ຂັ້ນ​ຕ່າງໆ ພ້ອມ​ກັບ​ປະຊາຊົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ບັນດາ​ຮ້ານ​ຍາມ​ໃນ​ປະຈຸ​ບັນ ມີ​ຄວາມ​ເຂັ້ມ​ແຂງ​ກ່ວາ ພ້ອມ​ກັບ​ຫຼາຍ​ກິດຈະກຳ​ໃໝ່​ຮັບ​ໃຊ້​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ. ມື້​ນີ້​ໂດຍ​ຢືນ​ຢູ່​ບອ່ນທີ່ບັນດາພະນັກ ງານ, ນັກຮົບ​ໄດ້​ເສຍສະຫຼະ​ຊີວິດ, ພວກ​ຂ້າພະ​ເຈົ້າ​ໝັ້ນ​ໝາຍ​ຈະ​ສ້າງ​ການ​ດຳລົງ​ຊີວິດ​ທີ່​ດີງາມ, ​ຍົກ​ສູງ​ໜ້າທີ່ຮັບຜິດຊອບ ​ແລ​ະ ​ເຮັດ​ຈົນ​ສຸດ​ຄວສາມ​ສາມາດ​ຂອງ​ຕົນ ​ເພື່ອ​ໃຫ້​ຮ້ານ​ຍາມ DK1 ນັບ​ມື້​ນັບ​ໝັ້ນ​ແກ່ນ ​ແລະ ຍືນ​ຍົງ​ຄົງ​ຕົວ. ພາວະນາ​ໃຫ້​ດວງ​ວິນ​ຍານບັນດາພະນັກງານ, ນັກຮົບ​ໄດ້​ຮັບ​ຄວາມ​ສະຫງົບ ​ເພື່ອ​ພ້ອມ​ກັບ​ພວກ​ຂ້າພະ​ເຈົ້າປົກ​ປັກ​ຮັກສາ ອະທິປະ​ໄຕ​ເຂດ​ທະ​ເລ​, ໝູ່​ເກາະ, ​ເຂດ​ໄຫລ່​ທະວີບ​ທີ່​ສັກກະລະບູຊາ​ຂອງ​ປະ​ເທດ​ຊາດຫວຽດນາມ  ”
ຂ່າວ/ບົດ​ອື່ນ