ຄະນະປະຕິບັດງານກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມເຮັດວຽກຢູ່ລັດເຊຍ

ຄະນະປະຕິບັດງານກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມເຮັດວຽກຢູ່ລັດເຊຍ - ảnh 1
ຄະ​ນະ​ປະ​ຕິ​ບັດ​ງານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​
ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ເຮັດ​ວຽກ​ຢູ່​ລັດ​ເຊຍ
(ພາບ: TTXVN)

(vovworld) - ​ໃນ​ລະ​ຫວ່າງວັນ​ທີ 18 – 22/03, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ​ທ່ານ ຫງວຽນ​ແມ້ງ​ຕ໋ຽນ, ຮອງ​ຫົວ​ໜ້າ​ກຳ​ມາ​ທິ​ການ ໄດ້​ນຳ​ໜ້າໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລັດ​ເຊຍ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກຳ​ມາ​ທິ​ການ​​ການ​ຕ່າງ​ປະ​ເທດ ດູ​ມາ​ແຫ່ງ​ຊາດ​ສະ​ຫະ​ພັນ​ລັດ​ເຊຍ, ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ສະ​ພາ​ສະ​ຫະ​ພັນ​ລັດ​ເຊຍ; ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ສະ​ຖານ​ທູດ​ຫວຽດ​ນາມ, ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ, ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ພ້ອມ​ກັບ​ບັນ​ດາ​ອົງ​ການ​ຕາງ​ໜ້າ​ຂອງ​ຫວຽດ​ນາມ ປະ​ຈຳ​ລັດ​ເຊຍ.

        ວັນ​ທີ 21/03, ຄະ​ນະ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Anatoly Karpov, ຮອງ​ປະ​ທານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ດູ​ມາ​ແຫ່ງ​ຊາດ​ສະ​ຫະ​ພັນ​ລັດ​ເຊຍ. 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່​ຽວ​ກັບ​ໝາກ​ຜົນ​ໃນ​ການ​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ, ມີ​ປະ​ສິດ​ທິ​ຜົນ, ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ສະ​ພາ​ແຫ່​ງ​ຊາດ​ສະ​ຫະ​ພັນ​ລັດ​ເຊຍ ໃນ​ໄລ​ຍ​ະ​ຜ່ານ​ມາ, ພ້ອມ​ທັງ​ຖື​ວ່າ, ​ຄວນ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະ​ຈຳ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ, ​ເຫັນ​ດີສົມ​ທົບ​ກັນຢ່າງ​ແໜ້ນ​ແຟ້ນ​, ຊຸກ​ຍູ້​ການໃຫ້​ສັດ​ຕະ​ຍາ​ບັນ ແລະ ຕິດ​ຕາມກວດ​ກາ​ການ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ສັນ​ຍາ​ເຊິ່ງ​ການ​ນຳ 2 ປະ​ເທດ​ໄດ້​ລົງ​ນາມ​ແລ້ວ​…



ຂ່າວ/ບົດ​ອື່ນ