ຄະນະປະຕິບັດງານກຳມາທິການງົບປະມານການເງິນຂອງ ສະພາແຫ່ງຊາດເຮັດວຽກຢູ່ແຂວງຮ່າຕິງ

ຄະນະປະຕິບັດງານກຳມາທິການງົບປະມານການເງິນຂອງ ສະພາແຫ່ງຊາດເຮັດວຽກຢູ່ແຂວງຮ່າຕິງ - ảnh 1
ຄະນະປະຕິບັດງານຢ້ຽມຢາມໂຄງການ Formosa
(ພາບ: baohatinh.vn)

(vovworld) - ​ຄະນະ​ປະຕິບັດ​ງານ​ກຳມາ​ທິການ​ງົບ​ປະມານ​ການ​ເງິນ​ຂອງ​ສະພາ​ແຫ່ງ​ຊາດ ​ໂດຍ​ທ່ານ​ຮອງ​ຫົວໜ້າ ຈິງ​ດີ່ງຫາຍ ນຳ​ໜ້າ ຫາ​ກໍ່​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຄຸ້ມ​ຄອງ​ເຂດ​ເສດຖະກິດ ຫວູງອ໋າງ, ຄະນະ​ຄຸ້ມ​ຄອງ​ເຂດ​ເສດຖະກິດດ່ານ​ຊາຍ​ແດນ​ສາກົນ ​​ເກົ່າ​ແຈວ, ກົມ​ພາສີ ຮ່າ​ຕິງ, ພະ​ແນ​ກຄົມມະນາຄົມ​ຂົນ​ສົ່ງ ​ແລະ ກວດກາ​ກິດຈະກຳ, ​ໂຄງການ​ນຳ​ໃຊ້​ແຫຼ່ງທຶນ​ຈາກ​ພັນທະບັດ​ລັດຖະບານຈຳ​ນວນ​ໜຶ່ງ​ໃນ​ບໍລິ​ເວນ​ແຂວງ​. ບັນດາ​ສະມາຊິກ​ໃນ​ຄະນະ​ຕີ​ລາຄາ​ສູງ​ກຳລັງ​ຄວາມ​ສາ​ມາດ​ຂອງ​ບັນດາ​ນັກ​ລົງທຶນ. ​ເຖິງ​ວ່າ​ໃນ​ໄລຍະ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ກ່ຽວ​ກັບ​ດ້ານ​ການ​ເງິນກໍ​ຕາມ, ​ແຕ່ບັນດາ​ນັກ​ລົງທຶນ​ຍັງ​ຄົງປະຕິບັດ​ບັນດາ​ກິດຈະກຳ​ຮັບປະກັນຄວາມ​ຄືບ​ໜ້າ​ ​ແລະ ຄຸນ​ນະພາ​ບ. ຄະນະ​ກໍ​ໄດ້​ຮັບ​ຮູ້​ບັນດາ​ຄວາມ​ພະຍາຍາມ​ຂອງ​ແຂວງ​ໃນ​ການ​ດຶງ​ດູດ​ການ​ລົງທຶນ, ປະຕິບັດ​ວຽກ​ງານ ບຸກ​ເບີກ​ໜ້າ​ພຽງ​, ຮັບປະກັນ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ຜັນ​ຂະຫຍາຍ​ບັນດາ​ກິດຈະກຳ, ​ໂຄງການ​ຈຸດ​ສຸມ ຢ່າງ​ວ່ອງ​ໄວ ​ແລະ ຮອບດ້ານ. ພ້ອມ​ກັນ​ນັ້ນ ກໍ​ຕັກ​ເຕືອນ​ແຂວງ ​ແລະ ບັນດາ​ອົງການ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ຕິດຕາມ, ກວດກາ​ບັນດາ​ນັກ​ລົງທຶນ​ໃນ​ການ​ຮັບປະກັນ​ສິ່ງ​ແວດ​ລ້ອມຊີວະ​ພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ກິດຈະກຳ ​ແລະ ​ເອົາ​ໃຈ​ໃສ່​​ເຖິງນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ໃຫ້​ແກ່​ປະຊາຊົນ​ທີ່​ຖືກ​ຜົນ​ສະທ້ອນ​ຈາກບັນດາ​ໂຄງການ.


ຂ່າວ/ບົດ​ອື່ນ