ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ອວຍ​ພອນ​ປີ​ໃໝ່ ລາວ ແລະ ກຳ​ປູ​ເຈຍ

(VOVWORLD) -  ໃນວັນທີ 11 ແລະ 14 ເມສາ, ເນື່ອງໃນໂອກາດບຸນປີໃໝ່ ລາວ ແລະ ບຸນ Choul Chnam Thmey ຂອງ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ນຳໜ້າຄະນະບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ນິວຢອກ ໄປອວຍພອນບັນດາຄະນະຜູ້ຕາງໜ້າຂອງ ລາວ ແລະ ກຳປູເຈຍ ປະຈຳ ສປຊ.
ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ອວຍ​ພອນ​ປີ​ໃໝ່ ລາວ ແລະ ກຳ​ປູ​ເຈຍ - ảnh 1ຄະນະບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ນິວຢອກ ໄປອວຍພອນບັນດາຄະນະຜູ້ຕາງໜ້າຂອງ ລາວ 

        ເມື່ອເຂົ້າຢ້ຽມຢາມສຳນັກງານຄະນະຜູ້ຕາງໜ້າລາວ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຢັ້ງຢືນວ່າ ຄະນະຜູ້ຕາງໜ້າ ຫວຽດນາມ ຈະສືບຕໍ່ສົມທົບກັບຄະນະຜູ້ຕາງໜ້າ ລາວ ໃນໄລຍະຈະມາເຖິງ, ສະໜັບສະໜູນລາວ ປະຕິບັດບົດບາດສະມາຊິກສະພາເສດຖະກິດ - ສັງຄົມ ສປຊ (ECOSOC) ແລະ ສະພາບໍລິຫານງານກອງທຶນ ສປຊ ເພື່ອເດັກ (UNICEF) ໃນປີ 2025. ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າລາວ  ອະນຸພາບ ວົງນົກແກ້ວ ຕີລາຄາສູງມູນເຊື້ອຮ່ວມມືຜູກພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງສອງຄະນະໃນໄລຍະຜ່ານມາ ຢູ່ ສປຊ, ຖືກຕ້ອງຕາມເນື້ອໃນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ.

        ໃນການຢ້ຽມຢາມຄະນະຜູ້ຕາງໜ້າ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ປາດຖະໜາວ່າ ຫວຽດນາມ ແລະ ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍກວ່າອີກ, ໂດຍສະເພາະແມ່ນລະຫວ່າງສອງຄະນະຜູ້ຕາງໜ້າຢູ່ ສປຊ.


ຕອບກັບ

ຂ່າວ/ບົດ​ອື່ນ