ຄະນະຜູ້ແທນ ຮາມາດສ ເດີນທາງໄປຍັງ ກາຍໂຣ ເພື່ອຟື້ນຟູການເຈລະຈາ
(VOVWORLD) - ໂດຍສືບຕໍ່ບັນດາຄວາມມານະພະຍາຍາມຟື້ນຟູຂໍ້ຕົກລົງຢຸດຍິງທີ່ບອບບາງຢູ່ເຂດ ກາຊາ, ວັນທີ 14 ມີນາ, ຂະບວນການ ຮາມາດສ ໄດ້ແຈ້ງໃຫ້ຊາບວ່າ ໄດ້ແຕ່ງຕັ້ງຄະນະນັກເຈລະຈາເດີນທາງກັບຄືນ ກາຍໂຣ ເພື່ອປຶກສາຫາລືກັບວົງການເຈົ້າໜ້າທີ່ ອີຢິບ ກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຂໍ້ຕົກລົງຢຸດຍິງ.
ສະພາບການຢູ່ເຂດ ກາຊາ (ພາບ: THX/TTXVN) |
ຄະນະນັກເຈລະຈາ, ໂດຍທ່ານ Khalil Al – Hayya, ການນຳຂັ້ນສູງຂອງ ຮາມາດສ, ເປັນຫົວໜ້າຄະນະ, ຄາດວ່າຈະປຶກສາຫາລືກັບບັນດາເຈົ້າໜ້າທີ່ ອີຢິບ ກ່ຽວກັບບັນດາການຜັນແປຫຼ້າສຸດທີ່ກ່ຽວຂ້ອງເຖິງສະພາບການ ຢູ່ ກາຊາ ແລະ ກໍຄືບັນດາການເຈລະຈາທີ່ປິ່ນອ້ອມຂໍ້ຕົກລົງຢຸດຍິງ. ມີບາງແຫຼ່ງຂ່າວໃນພາກພື້ນໄດ້ໃຫ້ຂໍ້ສັງກາດວ່າ ຂໍ້ສະເໜີໃໝ່ນີ້ຂອງທູດພິເສດ ອາເມລິກາ ກ່ຽວກັບການຕໍ່ກຳນົດເວລາຄຳສັ່ງຢຸດຍິງ ກາຊາ ຕື່ມອີກ 6 – 07 ອາທິດ ຈະແມ່ນກອງປະຊຸມປຶກສາຫາລືຈຸດສຸມຢູ່ ກາຍໂຣ ລະຫວ່າງ ຮາມາດສ ແລະ ວົງການເຈົ້າໜ້າທີ່ ອີຢິບ.
ກ່ອນຖະແຫຼງຂ່າວຈັດສົ່ງຄະນະນັກເຈລະຈາກັບຄືນ ກາຍໂຣ, ຮາມາດສ ຖະແຫຼງວ່າ ພ້ອມແລ້ວທີ່ກ້າວໄປເຖິງຂໍ້ຕົກລົງຮອບດ້ານກ່ຽວກັບໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງ. ຮາມາດສ ຢັ້ງຢືນວ່າ ການນຳຂອງກຸ່ມໄດ້ຮັບຂໍ້ສະເໜີຂອງບັນດາປະເທດເປັນກາງໄກ່ເກ່ຍສາກົນ ກ່ຽວກັບການຟື້ນຟູການເຈລະຈາແລ້ວ, ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ສຳຜັດກັບບັນຫາຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ. ພິເສດແມ່ນ ຮາມາດສ ໃຫ້ຄຳໝັ້ນສັນຍາຈະປ່ອຍຕົວປະກັນທີ່ຖືສອງສັນຊາດ ອິດສະຣາແອັນ - ອາເມລິກາ ແລະ ສົ່ງຊາກສົບຕົວປະກັນ 04 ຄົນ ທີ່ຖືສອງສັນຊາດອື່ນ.
ນັກຂ່າວ VOV ປະຈໍາ ອີຢິບ