(VOVWORLD) - ປັດຈຸບັນ, ມີວິສາຫະກິດຫຼາຍແຫ່ງມີສັນຍາສັ່ງຊື້ສິນຄ້າຮອດທ້າຍໄຕມາດທີ II, ຊ້ຳບໍ່ໜຳແມ່ນໄຕມາດທີ III.
ວົງເງິນສົ່ງອອກສິນຄ້າຕໍ່າແຜ່ນຕັດຫຍິບໃນ 2 ເດືອນຕົ້ນປີ 2025 ບັນລຸເກືອບ 3,2 ຕື້ USD, ເພີ່ມຂຶ້ນ 1,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປັດຈຸບັນ, ມີວິສາຫະກິດຫຼາຍແຫ່ງມີສັນຍາສັ່ງຊື້ສິນຄ້າຮອດທ້າຍໄຕມາດທີ II, ຊ້ຳບໍ່ໜຳແມ່ນໄຕມາດທີ III.
ນັບແຕ່ຕົ້ນປີ, ບໍລິສັດ Viking ຫວຽດນາມ ໄດ້ຮັບສັນຍາສັ່ງຊື້ສິນຄ້າຫຼາຍສະບັບ. ວິສາຫະກິດໄດ້ລົງທຶນທາງດ້ານເຕັກໂນໂລຢີດີຈີຕອນຢູ່ບັນດາຂອດຕັດຫຍິບ, ອັດ, ໜີບ… ເພື່ອຍົກສູງສະມັດຕະພາບການຜະລິດ. ໃນຂະນະນັ້ນ, ຢູ່ບໍລິສັດໃຫຍ່ 28, 2 ເດືອນຕົ້ນປີນີ້, ວົງເງິນສົ່ງອອກໄດ້ມີການເຕີບໂຕສູງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຂະແໜງຕ່ຳແຜ່ນຕັດຫຍິບໄດ້ເພີ່ມຂຶ້ນ 10%, ຂະແໜງຕັດຫຍິບເພີ່ມຂຶ້ນ 7%. ວິສາຫະກິດໄດ້ຮັບສັນຍາສັ່ງຊື້ສິນຄ້າຢູ່ບັນດາຕະຫຼາດ ອາເມລິກາ, ເອີຣົບ ຮອດທ້າຍໄຕມາດທີ II ແລ້ວ.
ຕາມບັນດານັກຊ່ຽວຊານແລ້ວ, ໃນປີນີ້, ການສົ່ງອອກຂອງຂະແໜງຕ່ຳແຜ່ນຕັດຫຍິບໄດ້ມີທ່າອ່ຽງເຕີບໂຕດີ, ສືບທອດພື້ນຖານຂອງປີກາຍ. ປີນີ້, ຫວຽດນາມ ວາງເປົ້າໝາຍວົງເງິນການຄ້າສົ່ງອອກຜະລິດຕະພັນຕ່ຳແຜ່ນຕັດຫຍິບບັນລຸ 48 ຕື້ USD.