ອາ​ເມ​ລິ​ກາ ດຳ​ເນີນ​ບັ້ນ​ບຸກ​ໂຈມ​ຕີ​ແນ​ໃສ່​ກຳ​ລັງ ຮູ​ທີ ຢູ່ ເຢ​ແມນ ຢ່າງ​ແຮງ

(VOVWORLD) - ການບຸກໂຈມຕີຄັ້ງໃໝ່ຂອງ ອາເມລິກາ ໄດ້ດຳເນີນພາຍຫຼັງທີ່ກຳລັງ ຮູທີ ຖະແຫຼງຈະແນໃສ່ກ່ຳປັ່ນທັງໝົດຂອງ ອິດສະຣາແອັນ ຢູ່ທະເລແດງ, ທະເລ ອາຣັບ, ຊ່ອງແຄບທະເລ Bab al-Mandab ແລະ ອ່າວ Aden.
ອາ​ເມ​ລິ​ກາ ດຳ​ເນີນ​ບັ້ນ​ບຸກ​ໂຈມ​ຕີ​ແນ​ໃສ່​ກຳ​ລັງ ຮູ​ທີ ຢູ່ ເຢ​ແມນ ຢ່າງ​ແຮງ - ảnh 1 ກ່ຳປັ່ນຖືກບຸກໂຈມຕີ (ພາບ: IRNA/TTXVN)

ວັນທີ 15 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ຖະແຫຼງວ່າ ປະເທດນີ້ ໄດ້ດຳເນີນ “ການເຄື່ອນໄຫວດ້ານການທະຫານຢ່າງແຮງ ແລະ ມີລັກສະນະຕັດສິນ” ແນໃສ່ຢຸດຕິໄພນາບຂູ່ຈາກກຳລັງ ຮູທີ ຢູ່ ເຢແມນ ສຳລັບກ່ຳປັ່ນຂອງ ອິດສະຣາແອັນ ແລະ ຝ່າຍຕາເວັນຕົກຢູ່ທະເລແດງ.

ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ ເມື່ອ ຮູທີ ໃຫ້ຂ່າວກ່ຽວກັບການບຸກໂຈມຕີຄັ້ງໃຫຍ່ເຂົ້ານະຄອນຫຼວງ Sanaa ຂອງ ເຢແມນ, ທ່ານປະທານາທິບໍດີ Donald Trump ກໍຖະແຫຼງວ່າ ອີຣານ ຕ້ອງຕັດການໜູນຊ່ວຍໃຫ້ແກ່ກຳລັງນີ້ໃນທັນທີ. ທ່ານເນັ້ນໜັກວ່າ ອາເມລິກາ ຈະນຳໃຊ້ກຳລັງແຮງການທະຫານເພື່ອປາບປາມຈົນເຖິງເວລາໃດບັນລຸໄດ້ເປົ້າໝາຍຂອງຕົນ.

ການບຸກໂຈມຕີຄັ້ງໃໝ່ຂອງ ອາເມລິກາ ໄດ້ດຳເນີນພາຍຫຼັງທີ່ກຳລັງ ຮູທີ ຖະແຫຼງຈະແນໃສ່ກ່ຳປັ່ນທັງໝົດຂອງ ອິດສະຣາແອັນ ຢູ່ທະເລແດງ, ທະເລ ອາຣັບ, ຊ່ອງແຄບທະເລ Bab al-Mandab ແລະ ອ່າວ Aden.

ຕອບກັບ

ຂ່າວ/ບົດ​ອື່ນ