ຄະນະຜູ້ແທນພັກກອມມູນິດຈີນຢ້ຽມຢາມຫວຽດນາມ

ຄະນະຜູ້ແທນພັກກອມມູນິດຈີນຢ້ຽມຢາມຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​ ​ ​ ​ຕອນ​ບ່າຍ​ວັນ​ທີ 06/12, ຢູ່​ຮ່າ​ໂນ້ຍ, ທ່ານ ຟ້າ​ມກວາງ​ງີ້ ກຳມະການ​ກົມ​ການ​ເມືອງ, ຕາງໜ້າ​ໃຫ້ການ​ນຳ​ພັກ​ກອມ​ມູນິດ ຫວຽດນາມ ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຈີນ ​ໂດຍທ່ານ ຫວ໋າງຊານ​ຢວຽນ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ ​ແຂວງ ການ​ຊາ ​ເປັນ​ຫົວໜ້າ​ຄະນະ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ຟ້າ​ມກວາງ​ງີ້ ຢືນຢັນ​ວ່າ: ພັກ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ,​ ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ພັກ, ລັດຖະບານ ​ແລະ ປະຊາຊົນ ຈີນ ​ແລະ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍາວ​ນານ ທັງ​່ແມ່ນການ​ເລືອກ​​ເຟັ້ນຍຸດ​ທະ​ສາດ​ຂອງ​ພັກ, ລັດຖະບານ ຫວຽດນາມ. ສ່ວນ​ທ່ານ ຫວ໋າງຊານ​ຢວຽນ ​ຢືນຢັນ​ວ່າ: ພັກ ​ແລະ ລັດ ຈີ​ນ ຍາມ​ໃດ​ກໍ​ປາດ​ຖະໜາ​ຢາກ​ພ້ອມ​ກັບ​ຝ່າຍ ຫວຽດນາມ ​ເຮັດ​ໃຫ້ການ​ພົວພັນ ຫວຽດນາມ - ຈີນ ພັດທະນາຢ່າງ​ປອດ​ໃສ, ມີສະຖຽນ​ລະ​ພາບ, ໝັ້ນຄົງຢ່າງບໍ່​ຢຸດ​ຢັ້ງ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ກໍຄືຢູ່​ໃນ​ພາກ​ພື້ນ ​ແລະ ​ໂລກ.

        ​ແລະ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ ຮ່ວາງ​ບິ່ງກວນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​​ໄດ້ເຈລະຈາກັບ​ຄະນະ. 2 ຝ່າຍ​​ໄດ້ແລກປ່ຽນ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ມິດຕະພາບ, ກໍ​ຄື​ຊຸກຍູ້​ການ​ຮ່ວມ​ມື​ພົບ​ປະແລກປ່ຽນ​ດ້ານ​ວັດທະນະທຳ, ການທ່ອງທ່ຽວລະຫວ່າງ​ແຂວງ ການ​ຊາ ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ ຫວຽດນາມ.

 

 

 

 

ຂ່າວ/ບົດ​ອື່ນ