ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມ 3 ປະເທດເອີລົບ

ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມ 3 ປະເທດເອີລົບ - ảnh 1
ທ່ານ ຮ່ວາງ​ບິ່ງ​ກວນ, ກຳມະການ​ກົມ​ການ​ເມືອງ,
 ຫົວໜ້າ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງ
(ພາບ: TTXVN)


​(vovworld) –   ຄະນະ​ຜູ້​ແທນ​ພັກ​ກອມມູນິດ​ຫວຽດນາມ ​ໂດຍ​ທ່ານ ຮ່ວາງ​ບິ່ງ​ກວນ, ກຳມະການ​ສູນກາງພັກ, ຫົວໜ້າ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ປະ​ເທດ​ໂປ​ໂລ​ຍ, ສ.​ເຊັກ ​ແລະ ຮຸງ​ກາຣີ ​ໃນ​ລະຫວ່າງ​ວັນ​ທີ 16 – 23/04. ທ່ານ​ ຮ່ວາງ​ບິ່ງກວນ ​ໄດ້​ມີ​ການພົບ​ປະ​ເຈລະຈາກັບ​ທ່ານ​ປະທານ​ພັກ​ພັນທະ​ມິດປະຊາທິປະ​ໄຕ​ຝ່າຍ​ຊ້າຍ​ໂປ​ໂລ​ຍ (SLD), ປະທານ​ພັກ​ກອມ​ມູນິດ​ເຊັກ - ​ໂມຣາວາ, ຜູ້ຕາງໜ້າ​ພັກ​ກຳ​ອຳນາດ​ພັນທະ​ມິດ​ພົນລະ​ເມືອງ​ຮຸງ​ກາຣີ (FISESZ), ບັນດາ​ຮອງ​ປະທານ​ພັກ​ສັງຄົມ​ຮຸງ​ກາຣີ, ປະທານ​ພັກ​ກຳມະກອນ​ຮຸງ​ກາຣີ ​ແລະ ການ​ນຳ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​ຂອງ​ປະ​ເທດ​ເພື່ອນມິດ. ທ່ານ​ຮ່ວາງ​ບິ່ງ​ກວນ ປາດ​ຖະໜາ​ວ່າ, ບັນດາ​ພັກ​ເພື່ອນມິດສະໜັບສະໜູນ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ກັບ​ຫວຽດນາມ, ພິ​ເສດ​ແມ່ນ​ສ​້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ຮໍ່າຮຽນ, ດຳລົງ​ຊີວິດ ​ແລະ ​ເຮັດວຽກ​ຢູ່​ບັນດາ​ປະ​ເທດ​ທີ່​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ. ການ​ນຳ​ບັນດາ​ພັກ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ 65 ປີຜ່ານມາ, ຖື​ວ່າ, ນັ້ນ​ແມ່ນ​ພື້ນຖານ, ​ແມ່ນ​ກຳລັງ​ໜູນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ຫວຽດນາມ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ