ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ຕາເວັນອອກກາງ

ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ຕາເວັນອອກກາງ - ảnh 1
ທ່ານ ຮ່ວາງ​ບິ່ງ​ກວນ ພົບ​ປະ​ກັບ​ທ່ານ​ນາຍົກ
ລັດຖະມົນຕີ ​ປາ​ແລັດສະຕິນ R. Hamdallah
(ພາບ: vietnam+)

(vovworld) – ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ບັນດາ​ພັກ​ການ​ເມືອງ ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ປາ​ແລັດສະຕິນ, ອິດສະ​ລາ​ແອນ ​ແລະ ອີ​ຢິບ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ ຮ່ວາງ​ບິ່ງ​ກວນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຕາ​ເວັນ​ອອກ​ກາງ ​ໃນ​ລະຫວ່າງ​ວັນ​ທີ 9 – 17/11/2015. ​ໃນ​ການ​ຢ້ຽມຢາມ, ຄະນະ​ຜູ້​ແທນ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ​ປາ​ແລັດສະຕິນ R. Hamdallah, ທ່ານ​ນາຍົກລັດຖະມົນຕີ ອີ​ຢິບ S.Ismail ​ແລະ ທ່ານ​ປະທານ​​ກຳມາທິການ​ການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນຊາ​ດສະພາ​ແຫ່ງ​ຊາດ ອິດສະ​ລາ​ແອນ T.Hanegbi; ພົບ​ປະ​ເຈລະຈາ​ກັບ​ການ​ນຳ​ຂະ​ບວນການ​ປົດ​ປ່ອຍ​ຊາດ ​ປາ​ແລັດສະຕິນ (Fatah) ​ແລະ ​ອົງການ​ປົດປ່ອຍ​ປາ​ແລັດສະຕິນ (PLO), ພັກ​ກອມ​ມູນິດ ອີ​ຢິບ, ພັກ​ສະຫະພັນ​ປະຊາຊົນ ສັງຄົມ​ນິຍົມ ອີ​ຢິບ ​ແລະ ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ ອິດສະ​ລາ​ແອນ ​ແລະ ອີ​ຢິບ. ທ່ີ​ບັນດາ​ການ​ເຮັດ​ວຽກ, ທ່ານ ຮ່ວາງ​ບິ່ງ​ກວນ ປາດ​ຖະໜາ​ຢາກ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ຫລາຍ​ດ້ານ​ກັບ ປາ​ແລັດສະຕິນ, ອິດສະ​ລາ​ແອນ ​ແລະ ອີ​ຢິບ. ການ​ນຳ​ພັກ​ການ​ເມືອງ​ຢູ່ 3 ປະ​ເທດ ຕີ​ລາຄາ​ສູງ​ບົດບາດ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ການ​ລິ​ເລີ່​ມ ​ແລະ ຊີ້​ນຳ​ນຳພາ​ພາລະກິດ​ປ່ຽນ​ໃໝ່, ພ້ອມ​ກັນ​ນັ້ນ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ພັກ​ກອມ​ມູນິດ ຫວຽດນາມ ຫລາຍກ່ວາ​ອີກ ​ແລະ ​ເຫັນ​ດີ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ພັກ​ກອມ​ມູນິດ ຫວຽດນາມ ກັບ​ບັນດາ​ພັກ​ການ​ເມືອງ​ຢູ່ 3 ປະ​ເທດ.

 

ຂ່າວ/ບົດ​ອື່ນ