ຄະ​ນະ​ຜູ້​ແທນ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຕວັກ​ກີ

(VOVWORLD) -ແຕ່ວັນທີ 20 ຫາວັນທີ 24 ກັນຍາ, ຄະນະຜູ້ແທນພັກຄອມມູນິດ ຫວຽດນາມ ໂດຍທ່ານນາງ ບຸ່ຍທິມິງຮວ່າຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ນຳພາຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຕວັກກີ.
ຄະ​ນະ​ຜູ້​ແທນ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຕວັກ​ກີ - ảnh 1ທ່ານນາງ ບຸ່ຍທິມິງຮວ່າຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ພົບປະກັບທ່ານເລຂາທິການໃຫຍ່ ພັກຄອມມູນິດ ຕວັກກີ Kemal Okuyan  (ພາບ: TTXVN)

ໃນຂອບເຂດຂອງການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ເຮັດວຽກັບທ່ານເລຂາທິການໃຫຍ່ ພັກຄອມມູນິດ ຕວັກກີ Kemal Okuyan ພ້ອມດ້ວຍການນຳຄະນະພົວພັນຕ່າງປະເທດສູນກາງພັກຍຸຕິທຳກໍາອຳນາດ ແລະ ພັດທະນາ (AKP);  ພົບປະທ່ານຫົວໜ້າຄະນະຜູ້ແທນ ຕວັກກີ ຢູ່ສະພາລັດຖະສະພາ ອາຊີ, ການນຳກຳມາທິການພົວພັນຕ່າງປະເທດສະພາແຫ່ງຊາດ ຕວັກກີ; ເຮັດວຽກກັບການນຳກະຊວງພາຍໃນ, ຢ້ຽມຢາມສະຖານທູດ ຫວຽດນາມ ແລະ ພົບປະຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຕວັກກີ. ພ້ອມດຽວກັນນັ້ນ, ຄະນະກໍໄປຢ້ຽມຢາມ, ໄຫວ້ອາໄລສຸສານກຳນນຳ Artatuk ແລະ ຢ້ຽມຢາມບາງຮາກຖານວັດທະນະທຳ - ປະຫວັດສາດ ຢູ່ນະຄອນ ອິນຕານບຸນ.

ໃນການເຮັດວຽກຄັ້ງຕ່າງໆ, ຄະນະຜູ້ແທນ ຫວຽດນາມ ຕ່າງກໍເນັ້ນໜັກເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກ, ປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມືໃນບັນດາຂົງເຂດລະຫວ່າງ ຫວຽດນາມ - ຕວັກກີ ເລິກເຊິ່ງກວ່າອີກ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຢາກຊຸກຍູ້ການພົວພັນຮ່ວມມືກັບ ຕວັກກີ.

ສ່ວນການນຳຕວັກກີ ຖືວ່າ ຫວຽດນາມ ແມ່ນປະເທດທີ່ມີບົດບາດສຳຄັນ ໃນພາກພື້ນ ອາຊີ - ປາຊີຟິກ ແລະ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ເພື່ອພັດທະນາ. ຕວັກກີ ຈະຮ່ວມມືກັບ ຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍຢ່າງແໜ້ນແຟ້ນ ແລະ ສະແດງຄວາມຫວັງວ່າ ສອງຝ່າຍຈະເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການຮ່ວມມືໃຫ້ຫຼາຍກວ່າອີກ, ເພີ່ມທະວີສາຍພົວພັນສອງຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ