ຄະນະຜູ້ແທນມະຫາວິທະຍາໄລ Westfield, ແຫ່ງ ອາເມລິກາ ຢ້ຽມຢາມຫວຽດ ນາມ

ຄະນະຜູ້ແທນມະຫາວິທະຍາໄລ Westfield, ແຫ່ງ ອາເມລິກາ ຢ້ຽມຢາມຫວຽດ ນາມ - ảnh 1
ທ່ານ​ນາງອະດີດ​ຮອງ​ປະທານ​ປະ​ເທດ Nguyen Thi Binh
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 11/6, ຢູ່​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ທ່ານ​ນາງອະດີດ​ຮອງ​ປະທານ​ປະ​ເທດ Nguyen Thi Binh, ປະທານ​ກອງ​ທຶນ​ສັນ​ຕິ​ພາບ ​ແລະ ພັດທະນາ​ຫວຽດນາມ ​ໄດ້​ໃຫ​້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ມະຫາວິທະຍາ​ໄລ Westfield ​ແລະ ສະ​ຖາ​ບັນ Wibraham ​ແລະ Monson, ​ແຫ່ງ​ອາ​ເມ​ລິ​ກາ ​ໂດຍ ສາດສະດາຈານ, ດຣ Thomas N. Gardner, ປະທານ​ຊົ່ວຄາວ​ພະ​ແນ​ກສື່ສານ ມະຫາວິທະຍາ​ໄລ Westfield ​ນຳ​ໜ້າ ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ນະ​ທີ່​ນີ້, ທ່ານ​ນາງ Nguyen Thi Binh ​ໄດ້​ແຈ້ງ​ໃຫ້​ບັນດາ​ເພື່ອ​ອາ​ເມ​ລິ​ການ​ຊາບ ກ່ຽວ​ກັບ​ຜົນ​ຮ້າຍ​ຈາກ​ສົງຄາມ ​ໂດຍ​ອາ​ເມ​ລິ​ກາ ດຳ​ເນີນ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ມີ​ບັນຫາ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ. ທ່າ​ນາງ Nguyen Thi Binh ຊີ້​ແຈ້ງວ່າ:

“ພວກ​ຂ້າພະ​ເຈົ້າ​ຂອບ​ອົກ​ຂອບ​ໃຈ​ບັນດາ​ເພື່ອ​ນ ອາ​ເມ​ລິ​ກາ ​ໄດ້​ມາ​ແຫ່ງ​ນີ້ ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ຫວຽດນາມ, ພິ​ເສດ ​ແມ່ນ​ບັນຫາ​ຫຼັງ​ສົ​ງຄາມ. ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ກໍ​ມີ​ບັນດາ​ບົດຮຽນທີ່​ດີ ​ແລ​ະ ບໍ່​ດີ​ໃນ​ອະດີດຕະການ ​ເພື່ອ​ສ້າງສາ​ຍພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ອານາ​ຄົດ​ ຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຊົນ 2 ປະ​ເທດ”

ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ ອາ​ເມ​ລິ​ກາ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ເດັກນ້ອຍ​ຕິດ​ທາດ​ຜິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ຢູ່​ບ້ານ​ມິດຕະພາບ​ຫວຽດນາມ ທີ່ ​ເວີນ​ແກງ, ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ