ຄະນະຜູ້ແທນລັດຖະບານຊີຣີໂຈະການເຂົ້າຮ່ວມການເຈລະຈາເຊີແນວ

(VOVWORLD) -ວັນທີ 27 ພະຈິກ, ໜັງສືພິມທ້ອງຖິ່ນ al Watan ນິຍົມລັດຖະບານຊີຣີ ໄດ້ໃຫ້ຂ່າວວ່າ, ຄະນະຜູ້ແທນລັດຖະບານປະເທດນີ້ ໄດ້ໂຈະການເດີນທາງໄປເຖິງຊີແນວ, ປະເທດສະວິດ ເພື່ອເຂົ້າຮ່ວມການເຈລະຈາສັນຕິພາບຮອບໃໝ່ ໂດຍສະຫະປະຊາດປົກປ້ອງ

ຄະນະຜູ້ແທນລັດຖະບານຊີຣີໂຈະການເຂົ້າຮ່ວມການເຈລະຈາເຊີແນວ - ảnh 1

ຄະນະຜູ້ແທນລັດຖະບານຊີຣີໂຈະການເຂົ້າຮ່ວມການເຈລະຈາເຊີແນວ 

  (ພາບ: AFP/TTXVN)

ຄາດວ່າຈະດຳເນີນໃນວັນທີ 28 ພະຈິກ. ໜັງສື່ພິມ al Watan ໃຫ້ຮູ້ວ່າ, Damascus ບໍ່ມີຄວາມເພິງພໍໃຈຕໍ່ຖະແຫຼງການເມື່ອອາທິດແລ້ວນີ້ຂອງຝ່າຍຄ້ານທີ່ກອງປະຊຸມຄັ້ງໜຶ່ງຢູ່ນະຄອນຫຼວງ Riyadh ຂອງຊະອຸດີ ອາຣາເບຍ. ຕາມນັ້ນແລ້ວ, ບັນດາກຸ່ມຝ່າຍຄ້ານຊີຣີ ຍັງຄົງຮັກສາຄຳຮຽກຮ້ອງຄືເກົ່າໂດຍທ່ວງໃຫ້ທ່ານປະທານາທິບໍດີ Bashar al Assad ຕ້ອງລາອອກຈາກຕຳແໜ່ງ ເພື່ອເລີ່ມຕົ້ນວິວັດການຂ້າມຜ່ານດ້ານການເມືອງຢູ່ປະເທດນີ້. ອຳນາດການປົກຄອງຊີຣີ ຖືຄຳຖະແຫຼງດັ່ງກ່າວແມ່ນ “ການກັບຄືນສູ່ຈຸດເລີ່ມຕົ້ນ”.

        ຫ້ອງການຂອງທູດພິເສດສະຫະປະຊາຊາດກ່ຽວກັບບັນຫາຊີຣີ, ທ່ານ Staffan de Mistura, ໄດ້ປະຕິເສດການວິຈານກ່ຽວກັບແຜນການເຄື່ອນໄຫວຂອງຄະນະຜູ້ແທນລັດຖະບານຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ