ຄະນະຜູ້ແທນລັດຖະສະພາເອີຣົບ ຕີລາຄາສູງບັນດາຄວາມມານະພະຍາຍາມຕ້ານການຂຸດຄົ້ນ IUU ຂອງຫວຽດນາມ

(VOVWORLD) -ຄະນະຜູ້ແທນເອີຣົບກໍຕີລາສູງການແລກປ່ຽນ, ປຶກສາຫາລືຢ່າງເປີດອົກເປີດໃຈ, ກົງໄປກົງມາ ແລະ ການຮ່ວມມືສ້າງສັນຂອງບັນດາອົງການມີໜ້າທີ່ຮັບຜິດຊອບ, ບັນດາອົງການອາຊີບຫາປາທີ່ກ່ຽວຂ້ອງຂອງຫວຽດນາມ. 

ໃນລະຫວ່າງວັນທີ 28 ຕຸລາ - 02 ພະຈິກ, ບັນດາສະມາຊິກຄະນະກໍາມະການອາຊີບຫາປາຂອງລັດຖະສະພາເອີຣົບ (MEPs) ໄດ້ມາຮອດຮ່າໂນ້ຍ ແລະ ບັນດາແຂວງແຄມທະເລຂອງຫວຽດນາມ ເພື່ອພິຈາລະນາບັນດາຄວາມມານະພະຍາຍາມຂອງຫວຽດນາມໃນການຕ້ານການຂຸດຄົ້ນປາຢ່າງຜິດກົດໝາຍ, ບໍ່ຖືກຕ້ອງຕາມຂໍ້ກໍານົດ ແລະ ບໍ່ລາຍງານ (IUU).

        ພາຍຫຼັງການເຮັດວຽກ, ພົບປະກັບສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນໍ້າຫວຽດນາມ(VASEP), ບັນດາບໍລິສັດ ແລະ ສະຫະສະມາຄົມຫາປາຂອງຫວຽດນາມ ບັນດາສະມາຊິກ ຄະນະກໍາມະການອາຊີບຫາປາຂອງລັດຖະສະພາເອີຣົບ ໄດ້ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງຫວຽດນາມ ແລະ ປະກາດການຕີລາຄາດັ່ງກ່າວໃນພາຫະນະສື່ມວນຊົນຂອງເອີຣົບ.  ພ້ອມກັນນັ້ນ, ຄະນະຜູ້ແທນເອີຣົບກໍຕີລາສູງການແລກປ່ຽນ, ປຶກສາຫາລືຢ່າງເປີດອົກເປີດໃຈ, ກົງໄປກົງມາ ແລະ ການຮ່ວມມືສ້າງສັນຂອງບັນດາອົງການມີໜ້າທີ່ຮັບຜິດຊອບ, ບັນດາອົງການອາຊີບຫາປາທີ່ກ່ຽວຂ້ອງຂອງຫວຽດນາມ. ກົດໝາຍວ່າດ້ວຍສິນໃນນໍ້າຂອງຫວຽດນາມມີການປັບປຸງຫຼາຍພໍສົມຄວນ ແນ່ນອນວ່າ ຈະເພີ່ມຄວາມສາມາດໃນການແກ້ໄຂ ແລະ ສະກັດກັ້ນບັນດາການກະທໍາຂຸດຄົ້ນ IUU ຢູ່ບັນດາເຂດທະເລຂອງຫວຽດນາມ ແລະ ຊົມເຊີຍການປະກາດໃຊ້ປື້ມປົກຂາວກ່ຽວກັບການຕ້ານການຂຸດຄົ້ນ IUU ຢູ່ຫວຽດນາມ ຂອງ VASEP.

        ບັນດາສະມາຊິກຂອງຄະນະປະຕິບັດງານ ໄດ້ຮັບຮອງບັນດາຄວາມມານະທາງການເມືອງຂອງ ຫວຽດນາມ ໃນການໃຫ້ຄໍາໝັ້ນສັນຍາແກ້ໄຂບັນດາບັນຫາກ່ຽວກັບການຂຸດຄົ້ນ IUU. ພ້ອມທັງເນັ້ນໜັກວ່າ ຫວຽດນາມ ມີແຫຼ່ງຊັບພະຍາກອນມະນຸດ ແລະ ການເງິນພຽງພໍ ເພື່ອປະຕິບັດສິ່ງດັ່ງກ່າວ. ຄະນະຜູ້ແທນກໍກໍານົດຄວາມສໍາຄັນຂອງ ສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະ ອີຢູ (EVFTA) ແລະ ເນັ້ນໜັກວ່າ ຄວນເຮັດແຈ້ງກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍໃນການບັ້ນຕໍ່ສູ້ຕ້ານການຂຸດຄົ້ນ IUU ໃນໂຄງການພັດທະນາການຄ້າແບບຍືນຍົງຂອງສັນຍາສະບັບດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ