ຄະນະຜູ້ແທນລາຊະອານາຈັກແບນຊິກ ຢ້ຽມຢາມ ໂຮງໝໍຫຼາຍຂະແໜງ ສາກົນ Vinmec

ຄະນະຜູ້ແທນລາຊະອານາຈັກແບນຊິກ ຢ້ຽມຢາມ ໂຮງໝໍຫຼາຍຂະແໜງ ສາກົນ Vinmec - ảnh 1
ພາບປະກອບ

( vovworld ) ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ຂອງຄະນະ​ຜູ້​ແທນ​ລາຊະ​ອານາຈັກ​ແບນ​ຊິກ ​ໂດຍ​ອົງ​ມົງກຸດ​ລາຊະ​ກຸມ​ມານ Philippe ນຳ​ໜ້າ, ຕອນ​ບ່າຍ​ວັນ​ທີ 13/3, ​ທ່ານ Steve Stevaert ລັດຖະມົນຕີ​ແຫ່​ງລັດ ​ໄດ້​ນຳ​ໜ້າຄະນະ​ຜູ້​ແທນ​ລາຊະ​ອານາຈັກ​ແບນ​ຊິກ ​ໄດ້​ໄປຢ້ຽມຢາມ​ໂຮງໝໍ​ຫຼາຍ​ຂະ​ແໜງ​ສາກົນ Vinmec ຢູ່​ຮ່າ​ໂນ້ຍ. ໂຮງໝໍ​ຫຼາຍ​ຂະ​ແໜງ​ສາກົນ Vinmec ​ໂດຍ​ກຸ່ມ​ບໍລິສັດ Vingroup ​ເປັນ​ເຈົ້າຂອງ​ການ​ລົງທຶນ, ຕາມ​ຮູບ​ແບບ​ໂຮງໝໍ-​ໂຮງ​ແຮມ ຕາມ​ມາດ​ຕະຖານ 5 ດາວ​ສາກົນ ​ແລະ​ ໄດ້​ຮັບ​ຄຳ​ປຶກສາ, ​ອອກ​ແບບ​ຈາກ​ກຸ່ມ​ບໍລິສັດ VK ຂອງ ລາຊະ​ອານາຈັກ​ແບນ​ຊິກ. ທ່ານ​ລັດຖະມົນຕີ Steve Stevaert ຢືນຢັນ​ວ່າ ໂຮງໝໍ​ຫຼາຍ​ຂະ​ແໜງ​ສາກົນ Vinmec ​​ແມ່ນ​ສັນຍາ​ລັກ​ອັນ​ດີງາມ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-​ແບນ​ຊິກ. ທ່ານ​ລັດຖະມົນຕີ Steve Stevaert ຮຽກຮ້ອງ​ໃຫ້​ກຸ່ມ​ບໍລິສັດ Vingroup ​ຈົ່ງ​ຮ່ວມ​ມື​ຢ່າງ​ເລິກ​ເຊີ່ງ​ກ້ວາງ​ຂວາງ​ກ່ວາ​ອີກ​ກັບກຸ່ມ​ບໍລິສັດ VK​ ເວົ້າສະ​ເພາະ ​ແລະ ບັນດາ​ວິ​ສາ​ຫະກິດ​ແບນ​ຊິກ​ເວົ້າລວມ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ທ່​າແຮງ​ຄື: ການ​ອອກ​ແບບ, ສະຖາປັດຕະຍາ​ກຳ, ​ເຕັກ​ໂນ​ໂລ​ຊີ​ຂຽວ ​ແລະ ການ​​ແພດ.

ຂ່າວ/ບົດ​ອື່ນ