ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມ 207 ຂອງສະພາບໍລິຫານ IPU

(VOVWORLD) -ບັນດາສະມາຊິກປາດຖະໜາວ່າ ປະທານ IPU ມີບັນດາແຜນການຢ່າງລະອຽດ ເພື່ອນຳ IPU ກາຍເປັນອົງການທີ່ເຂັ້ມແຂງກ່ວາ
ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມ 207 ຂອງສະພາບໍລິຫານ IPU - ảnh 1ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ: qdnd.vn)

ຕອນຄ່ຳວັນທີ 24 ພຶດສະພາ, ຕາມເວລາຮ່າໂນ້ຍ, ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ ເປັນຫົວໜ້າຄະນະ, ເຂົ້າຮ່ວມພິທີໄຂກອງປະຊຸມ 207 ຂອງສະພາບໍລິຫານກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ທາງອອນລາຍ. ທີ່ກອງປະຊຸມເຊິ່ງດຳເນີນໃນລະຫວ່າງວັນທີ 24-25 ພຶດສະພາ, ບັນດາສະມາຊິກໄດ້ພິຈາລະນາ, ຮັບຮອງເອົາ: ໂຄງການດຳເນີນງານກອງປະຊຸມ; ວິໄສທັດປະທານ IPU ແລະ ບົດລາຍງານການເຄື່ອນໄຫວຂອງປະທານ IPU ນັບແຕ່ກອງປະຊຸມ 206 ຂອງສະພາບໍລິຫານ… ກໍ່ທີ່ກອງປະຊຸມ, ກໍ່ໄດ້ເລືອກຕັ້ງສະມາຊິກຄະນະບໍລິຫານ ແລະ ບັນດາອົງການອື່ນໆຂອງ IPU ຕື່ມອີກ.

ໃນມື້ໄຂກອງປະຊຸມ, ບັນດາສະມາຊິກປາດຖະໜາວ່າ ປະທານ IPU ມີບັນດາແຜນການຢ່າງລະອຽດ ເພື່ອນຳ IPU ກາຍເປັນອົງການທີ່ເຂັ້ມແຂງກ່ວາ, ຮັບມືກັບບັນດາການຜັນແປຂອງໂລກລະບາດໃຫ້ເປັນຢ່າງດີກວ່າ; ພັດທະນາລັດທິຫຼາຍຝ່າຍ, ພັດທະນາ IPU ແລະ ການພົວພັນຄູ່ຮ່ວມມືລະຫວ່າງ IPU ແລະ ສະຫະປະຊາຊາດ, ມີການກະທຳຢ່າງແຮງກວ່າໃນບັນດາບັນຫາທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ