ຄະນະສະຫະສະມາຄົມສື່ມວນຊົນຕ່າງປະເທດ ປະຈຳ ສະວິດ ແລະ Liechtentein ເຮັດວຽກຢູ່ ຫວຽດນາມ

(VOVWORLD) - ພື້ນຖານເສດຖະກິດ ຫວຽດນາມ ແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກພື້ນຖານເສດຖະກິດໂລກໄດ້. 
ຄະນະສະຫະສະມາຄົມສື່ມວນຊົນຕ່າງປະເທດ ປະຈຳ ສະວິດ ແລະ Liechtentein ເຮັດວຽກຢູ່ ຫວຽດນາມ - ảnh 1 2 ຝ່າຍລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບສື່ສານ

ຕອນບ່າຍວັນທີ 28 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບສະຫະສະມາຄົມສື່ມວນຊົນຕ່າງປະເທດ ປະຈຳ ສະວິດ ແລະ Liechtentein, ໂດຍທ່ານ Jean Musy, ປະທານສະຫະສະມາຄົມເປັນຫົວໜ້າຄະນະ.  ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຄະນະຮົບຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ແລະ ແລກປ່ຽນບາງບັນຫາທີ່ບັນດານັກຂ່າວມີຄວາມສົນໃຈ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ: ພື້ນຖານເສດຖະກິດ ຫວຽດນາມ ແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກພື້ນຖານເສດຖະກິດໂລກໄດ້. ຍາມໃດ ຫວຽດນາມ ກໍ່ເພີ່ມທະວີການຮ່ວມມືເສດຖະກິດກັບທຸກໆປະເທດ, ຄູ່ຮ່ວມມື, ບໍ່ຈຳແນກບັນດາພາກສ່ວນເສດຖະກິດພາຍໃນ ແລະ ຕ່າງປະເທດ.

        ສ່ວນ ທ່ານ Jean Musy, ປະທານສະຫະສະມາຄົມ ສື່ມວນຊົນຕ່າງປະເທດ ປະຈຳ ສະວິດ ແລະ Liechtentein ໄດ້ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນຕີ ຊາບກ່ຽວກັບການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບຂໍ້ຕົກລົງຮ່ວມມື 2 ຝ່າຍໄລຍະ 2017 – 2018 ກັບສະມາຄົມນັກຂ່າວ ຫວຽດນາມ ແລະ  ເລື່ອງສົມທົບກັບສຳນັກຂ່າວສານ ຫວຽດນາມ ໃນການຈັດຕັ້ງການໂອ້ລົມສົນທະນາເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນດ້ານສື່ມວນຊົນ ຫວຽດນາມ - ສະວິດ.

ຕອບກັບ

ຂ່າວ/ບົດ​ອື່ນ