ຄະນະເສດຖະກິດສູນກາງ ເຮັດວຽກກັບກຸ່ມບໍລິສັດນ້ຳມັນອາຍແກັດ

ຄະນະເສດຖະກິດສູນກາງ ເຮັດວຽກກັບກຸ່ມບໍລິສັດນ້ຳມັນອາຍແກັດ - ảnh 1
ຄະນະເສດຖະກິດສູນກາງ ເຮັດວຽກກັບກຸ່ມບໍລິສັດນ້ຳມັນອາຍແກັດ

(vovworld) - ຕອນ​ເຊົ້າ​ວັນ​ທີ 27/2 ຢູ່ ຮ່າ​ໂນ້ຍ, ຄະນະ​ເສດຖະກິດ​ສູນ​ກາງ ພ້ອມ​ກັບ​ຜູ້ຕາງໜ້າ​ກະຊວງ, ຂະ​ແໜງ​ການ​ຈຳນວນ​ໜຶ່ງ ມີ​ການ​ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ ຫວຽດນາມ ກ່ຽວ​ກັບ​ການ​ປະຕິບັດ​ຂໍ້​ສະຫຼຸບ​ເລ​ກທີ 41 ຂອງ​ກົມ​ການ​ເມືອງ ຊຸດ​ທີ 9 ກ່ຽວ​ກັບ “ຍຸດ​ທະ​ສາດ​ພັດທະນາ​ຂະ​ແໜງ​ນ້ຳມັນ​ອາຍ​ແກັດ ຫວຽດນາມ ຮອດ​ປີ 2015, ກຳນົດ​ທິດ​ຮອດ​ປີ 2025”. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ​ເວື​ອງດິງ​ເຫ້ວ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ສະ​ເໜີ​ໃຫ້ການ​ນຳ​ກຸ່ມ​ບໍລິສັດ​ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຊີ້​ແຈງ​ບັນດາ​ຄວາມ​ສະດວກ, ຄວາມຫຍຸ້ງຍາກ, ບັນດາ​ຂໍ້​ຈຳກັດ, ຈຸດ​ອ່ອນ ​ແລະ ຊີ້​ແຈ້ງ​ສາຍ​ເຫດ ​ເພື່ອ​ສືບ​ຕໍ່​ສ້າງ​ຍຸດ​ທະ​ສາດ​ພັດທະນາ, ວາງ​ອອກ​ບັນດາ​ມາດ​ຕະການ​ຕົ້ນ​ຕໍ່​ຂອງ​ຂະ​ແໜງ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ​ເວື​ອງດິງ​ເຫ້ວ ​​ເນັ້ນ​ໜັກ​ວ່າ​:

“ສືບ​ຕໍ່​ຮັບ​ຮູ້​ທີ່​ຕັ້ງ ​ແລະ ບົດບາດຂອງ​ຂະ​ແໜງ​ນ້ຳມັນ​ອາຍ​ແກັດ ​ເວົ້າ​ລວມ​ໃນ​ພື້ນຖານ​ເສດຖະກິດຂອງ ຫວຽດນາມ, ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ ຄວນ​ກຳນົດ​ຈະ​ແຈ້ງ​ບັນດາ​ຈຸດໝາຍ​ກຳນົດ​ທິດ ​ແລະ ມາດ​ຕະການ​ພື້ນຖານ. ສະ​ເໜີ​ແນ​ະ ບັນດາ​ກົນ​ໄກ​ນະ​ໂຍບາຍ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ. ສຸມ​ໃສ່​ບັນດາ​ເງື່ອນ​ໄຂ​ໃຫ​້​ແກ່​ກຸ່ມ​ບໍລິສັດ​ພັດທະນາ ຮັບ​ໃຊ້​ໃຫ້​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ພ້ອມ​ທັງ​ຊ່ວຍ​ໃຫ້​ກົມ​ການ​ເມືອງ ມີ​ຂໍ້​ສະຫຼຸຸບ ​ແລະ ມະຕິ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ການ​ພັດທະນາ ຂອງ​ຂະ​ແໜງ​ນ້ຳມັນ​ອາຍ​ແກັດ​ມ​ໃນ​ໄລຍະ​ຈະ​ມາ​ເຖິງ”

 

ຂ່າວ/ບົດ​ອື່ນ