ຄາດຄະເນກະແສຟອງ ໂຄວິດ - 19 ຄັ້ງໃໝ່ຢູ່ ອາບຟະລິກາໃຕ້

(VOVWORLD) -  ກ່ອນໜ້ານັ້ນ, ບົດລາຍງານຕິດຕາມກວດການ້ຳເສຍແຕ່ລະອາທິດຂອງ NICD ເນັ້ນໜັກວ່າ: ໄວຣັດ Omicron ໄດ້ພົບເຫັນໃນນ້ຳເສຍຢູ່ທົ່ວທຸກແຫ່ງຂອງແຂວງ Gauteng
ຄາດຄະເນກະແສຟອງ ໂຄວິດ - 19 ຄັ້ງໃໝ່ຢູ່ ອາບຟະລິກາໃຕ້ - ảnh 1ພະນັກງານການແພດອາບຟະລິກາໃຕ້ (ພາບປະກອບຈາກ  AFP/TTXVN)

ສະຖາບັນແຫ່ງຊາດກ່ຽວກັບບັນດາພະຍາດຕິດຕໍ່ ອາບຟະລິກາໃຕ້ (NICD) ວັນທີ 3 ກັນຍາ, ໃຫ້ຮູ້ວ່າ: ການເພີ່ມທະວີເຊື້ອໄວຣັດ SARS –CoV-2 ທີ່ກໍ່ໃຫ້ເກີດພະຍາດໂຄວິດ -19 ຢູ່ບັນດາຮາກຖານກຳຈັດນ້ຳເສຍແມ່ນສັນຍານຄາດຄະເນກ່ຽວກັບກະເສຟອງໂລກລະບາດຄັ້ງໃຫມ່ພວມຫຍັບເຂົ້າໃກ້.

          ກ່ອນໜ້ານັ້ນ, ບົດລາຍງານຕິດຕາມກວດການ້ຳເສຍແຕ່ລະອາທິດຂອງ NICD ເນັ້ນໜັກວ່າ: ໄວຣັດ Omicron ໄດ້ພົບເຫັນໃນນ້ຳເສຍຢູ່ທົ່ວທຸກແຫ່ງຂອງແຂວງ Gauteng, ເຊິ່ງເປັນບ່ອນທີີ່ມີນະຄອນຫຼວງບໍລິຫານ Pretoria.

ຕອບກັບ

ຂ່າວ/ບົດ​ອື່ນ