ຄາດຄະເນວ່າ ໄພເງິນເຟີ້ຂອງ ຫວຽດນາມ ໃນປີ 2012 ແມ່ນປະມານ 6%

ຄາດຄະເນວ່າ ໄພເງິນເຟີ້ຂອງ ຫວຽດນາມ ໃນປີ 2012 ແມ່ນປະມານ 6% - ảnh 1
ພາບປະກອບ: internet

(vovword) - ຄະນະ​ກຳມະການຕິດຕາມ​ກວດກາ​ການ​ເງິນແຫ່ງ​ຊາດ ຫາ​ກໍ່​ຍື່ນ​ສະ​ເຫ​ນີ ບົດ​ລາຍ​ງານ​ສະພາບ​ເສດຖະກິດ​ໃນ 6 ​ເດືອນ​ຕົ້ນປີ ​ແລະ ຄາດ​ຄະ​ເນ​​ໃຫ້​ທັງ​ປີ 2012 ຕໍ່​ລັດຖະບານ. ​ໃນ 6​ເດືອນ​ຕົ້ນ​ປີ, ດ້ານ​ສິນ​ເຊື່ອ​ຄາດ​ວ່າ​​ເພີ່ມ​ຂຶ້ນ 0,4% ​ເມື່ອ​ທຽບ​ກັບ​ໄລຍະ​ຕົ້ນ​ປີ ​​ເຊິ່ງ​ຕຳ່​ກວ່າ​ຫລາຍ​ເມື່ອ​ທຽບ​ກັບ​ຄວາມ​ມຸ້ງ​ຫວັງ. ສາຍ​ເຫດ​ຍ້ອນ​ຄວາມ​ສາມາດ​ນຳ​ໃຊ້​ທຶນຮອນ​ຂອງ​ບັນດາ​ວິ​ສາ​ຫະກິດ​ບໍ່​ທັນ​ປັບ​ປຸງ​ໄດ້​ຫລາຍ​ປານ​​ໃດ, ຫນິ້​ເສຍ​ທະນາຄານ ​ແລະ ຫນີ້​ສິນ​ໃນ​ພື້ນຖານ​ເສດຖະກິດ​ຍັງ​​ຢູ່ໃນ​ລະດັບສູງ​. ​ແລະ ກໍ​ຕາມ​ຄະນະ​ກຳມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ ​ແລ້ວ, ປະຈຸ​ບັນ ຄວາມ​ສາມາດ​​ຊຳລະ​ຂອງ​ລະບົບ​ທະນາຄານ​ໄດ້​ຮັບ​ການ​ປັບປຸງ, ອັດຕາ​ດອກ​ເບ້ຍ​ຄ່ອຍໆ​ຫລຸດ​ລົງ, ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ມີ​ຄວາມ​ເປັນ​ປົກກະຕິ​ໃນ​ຕະຫລອດ​ໄລຍະ​ຍາວ ​ອັນໄດ້​ຊ່ວຍ​ສະ​ສົມ​ເງິນຕາ​ຕ່າງປະ​ເທ​ດ​ເພີ່ມ​ຂຶ້ນ 30% ​ເມື່ອ​ທຽບ​ກັບ​ໄລຍະ​ຕົ້ນ​ປີ. ​ຕໍ່ຫນ້າ​ສະພາບ​ດັ່ງກ່າວ, ຄະນະ​ກຳມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ ສະ​ເຫ​ນີວ່າ ຄວນ​ຮັກສາ​ຫລັກການ, ຈຳນວນ​ເງິນ​ລົງທຶນ​ທີ່​ໄດ້​ນຳ​ເຂົ້າ​ພື້ນຖານ​ເສດຖະກິດ​ໃນ​ຊຸມ​ເດືອນ​ທີ່​ຍັງ​ເຫລືອ​ຂອງ​ປີ​ໃນ​ລະດັບ 80.000 - 85.000 ຕື້ດົ່ງ/​ເດືອນ​ເພື່ອ​ຮັກສາ​ເສດຖະກິດ​ມະຫາ​ພາກ​ໄລຍະ​ກາງ ​ແລະ ຍາວ​ໃຫ້​ເປັນ​ປົກກະຕິ.

 

ຂ່າວ/ບົດ​ອື່ນ