ຄາດວ່າ13/14ຄາດໝາຍເສດຖະກິດ-ສັງຄົມຈະບັນລຸໄດ້ແລະລື່ນກາຍແຜນການ

ຄາດວ່າ13/14ຄາດໝາຍເສດຖະກິດ-ສັງຄົມຈະບັນລຸໄດ້ແລະລື່ນກາຍແຜນການ - ảnh 1
(ພາບປະກອບ: VGP)

(vovworld) - ວັນ​ທີ 31/8 ​ແລະ 1/9, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ລັດຖະບານ​ປະຈຳ​ເດືອນ 8 ​ເພື່ອ​ຕີ​ລາຄາ​ສະພາບ​ການ​ເສດຖະກິດ - ສັງຄົມ ​ແລະ ວາງ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2016. ນະ​ທີ່​ນີ້, , ບັນດາ​ສະມາຊິກ​ລັດຖະບານ​ຖື​ວ່າ: ​ເສດຖະກິດ​ຫວຽດນາມ ​ໃນ 8 ​ເດືອນ​ຜ່ານ​ມາ​ຍັງ​ຄົງ​ຮັກສາ​ເສດຖະກິດ​ມະຫາ​ພາກ​ໄດ້​ດີ, ​ໃນ​ທ່າ​ຟື້ນ​ຟູ​ເສດຖະກິດ, ດ້ວຍ​ຜົນງານ​ຕັ້ງໜ້າ​ຮອບດ້ານ​ຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ຕ່າງໆ… ຄາດ​​ວ່າ 13/14 ຄາດໝາຍ​ເສດຖະກິດ-ສັງຄົມ​ຈະ​ບັນລຸ​ໄດ້​ແລະ​ລື່ນ​ກາຍ​​ແຜນການທີ່​ໄດ້​ວາງ​ອອກ. ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ລັດຖະບານ​ວາງ​ອອກ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2016 ສູງ​ກວ່າ​ປີ​ນີ້.

        ກ່າວ​ຄວາມ​ເຫັນ​ສະຫຼຸບ​ວາລະ​ປະຊຸມ, ທ່ານ​ນາ​ບົກ​ລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ້ອງ​ກຳ​ແໜ້ນ​ສະພາບ​ເສດຖະກິດ​ສັງຄົມ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ, ຍົກ​ສູງ​ຄວາມ​ສາມາດ​ຮັບ​ມື, ມີ​ນະ​ໂຍບາຍ “​ໄວ, ສະດຸ​ງ​ໄວ, ທັນ​ການ, ຊັດ​ເຈນ, ມີ​ປະສິດທິ​ຜົນ“.ບັນດາ​ກະຊວງ, ຂະ​ແໜງ​ການ​, ທ້ອງ​ຖີ່​ນຕ້ອງ​ບັນລຸ ​ແລະ ລື່ນ​ກາຍ​ຄາດໝາຍ​ເສດຖະກິດ​ສັງຄົມ​ທີ່​ໄດ້​ວາງ​ອອກ​ໃນ​ປີ​ນີ້. ທ່ານ​ນາ​ບົກ​ລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຮຽກຮ້ອງ ບັນດາ​ກະຊວງ, ຂະ​ແໜງ​ການ​, ທ້ອງ​ຖີ່​ນຕ້ອງສຸມ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ພາກສ່ວນ​ເສດຖະກິດ​ຍູ້​ແຮງ​ການ​ລົງທຶນ, ຜະລິດ, ດຳ​ເນີນ​ທຸລະ​ກິດ, ນອກ​ນັ້ນ​ຕ້ອງ​ຊຸກຍູ້​ຄວາມ​ຄືບ​ໜ້າ​ໃນ​ການ​ປ່ອຍ​ງົບປະມານ, ສຳ​ເລັດ​​ແຜນການ​ລົງທຶນ; ສືບ​ຕໍ່​ປະຕິບັດ​ບັນດາລາຍການ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ, ພິ​ເສດ​ແມ່ນ​ຂົງ​ເຂດ​ສຶກສາ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ສ້າງວຽກ​ເຮັດ​ງານ​ທຳ.

          ທ່ານ​ນາ​ບົກ​ລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ: ປີ 2016, ​ເສດຖະກິດ - ສັງຄົມ​ຕ້ອງ​ບັນລຸ​ລະດັບ​ເຕີບ​ໂຕ​ສູງ​ກວ່າ, ​ໃນ​ນັ້ນ​ລະດັບ​ເຕີບ​ໂຕ​ເສດຖະກິດ​ປີ 2016ບັນລຸ 6,7% ​ແລະ  ​ໃນ 5 ປີ​ຈະ​ມາ​ເຖິງ​ແມ່ນ 6,7% - 7% ຕິດ​ພັນ​ກັບ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ