ຄາດ​ວ່າ​ຈະ​​ມີ 13 ຖ້ຽວ​ບິນ​ເພື່ອ​ນຳ​ສົ່ງ​ພົນລະ​ເມືອງ​ຫວຽດນາມກັບ​​ມາປະ​ເທດ

(VOVWORLD) -ກົມການບິນຫວຽດນາມໃຫ້ຮູ້ວ່າຄາດວ່າຈະຈັດຕັ້ງຖ້ຽວບິນຈໍານວນ 13 ຖ້ຽວຂອງບັນດາບໍລິສັດການບິນ Vietnam Airlines, Vietjet, Bamboo Airways ເພື່ອນຳສົ່ງພົນລະເມືອງຫວຽດນາມກັບມາປະເທດ.

ເມື່ອຕອບເອກະສານຂອງກົມກົງສູນ (ກະຊວງການຕ່າງປະເທດຫວຽດນາມ)ກ່ຽວກັບເລື່ອງນຳສົ່ງພົນລະເມືອງຫວຽດນາມຢູ່ຕ່າງປະເທດກັບມາປະເທດຍ້ອນເຫດຜົນທີ່ຈໍາເປັນນັ້ນ, ກົມການບິນຫວຽດນາມໃຫ້ຮູ້ວ່າໄດ້ເປັນເຈົ້າພາບພ້ອມກັບບັນດາບໍລິສັດການບິນສ້າງແຜນການນຳສົ່ງແລະໄດ້ຕົກລົງເປັນເອກະພາບຕໍ່ເລື່ອງຈັດຕັ້ງການນຳສົ່ງພົນລະເມືອງຫວຽດນາມຢູ່ຕ່າງປະເທດກັບມາປະເທດ.ຕາມແຜນການຂອງກົມການບິນຫວຽດນາມແລ້ວ, Vietnam Airlines ຈະຈັດຕັ້ງຖ້ຽວບິນຈໍານວນ 10 ຖ້ຽວເພື່ອນຳສົ່ງພົນລະເມືອງຫວຽດນາມຈາກຍີ່ປຸ່ນ, ອາເມລິກາ, ການາດາ, ອາຣັບບິຊະອຸດິ, ຝລັ່ງ, ລັດເຊຍ, ແອັດສະປາຍ, ໄທກັບມາຫວຽດນາມ.ສ່ວນບໍລິສັດການບິນ Vietjet ແມ່ນຈະຈັດຕັ້ງ 2 ຖ້ຽວນຳສົ່ງພົນລະເມືອງຈາກສິງກະໂປ, ອິນໂດເນເຊຍກັບມາປະເທດ.ນອກຈາກນັ້ນ, ບໍລິສັດການບິນ Bamboo Airways ກໍ່ຈະຈັດໜຶ່ງຖ້ຽວບິນນຳສົ່ງພົນລະເມືອງຈາກຟີລິບປິນກັບມາປະເທດ.

ໃນບັນດາຖ້ຽວບິນດັ່ງກ່າວ ຈະລົງຈອດຢູ່ທ່າອາກາດສະຍານສາກົນ ໂນ້ຍບ່າຍ, ເວິນໂດ່ນ ຫຼື ເຕິນເຊີນເຍິດ ແລະ ເກິ່ນເທີ. 

ຕອບກັບ

ຂ່າວ/ບົດ​ອື່ນ