ຄາດວ່າວັນທີ07/03ຈະໄຂວາລະປະຊຸມຄັ້ງທີ46,ຄະນະປະຈຳສະພາແຫ່ງຊາດຊຸດທີ13

ຄາດວ່າວັນທີ07/03ຈະໄຂວາລະປະຊຸມຄັ້ງທີ46,ຄະນະປະຈຳສະພາແຫ່ງຊາດຊຸດທີ13 - ảnh 1
ວາລະປະຊຸມຄັ້ງທີ45
(ພາບ​ປະ​ກອບ: TTXVN)

(vovworld) –​ ວາ​ລະ​ປະ​ຊຸມ​ຄັ້ງ​ທີ 46, ເຊິ່ງ​ແມ່ນ​ວາ​ລະ​ປະ​ຊຸມ​ສຸດ​ທ້າຍ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ຄາດ​ວ່າ​ຈະ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 07/03 ແລະ ດຳ​ເນີນ​ຮອດ​ວັນ​ທີ 09/03. ທີ່​ວາ​ລະ​ປະ​ຊຸມ​ຄັ້ງນີ້, ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ເຫັນ​ໃສ່​ບັນ​ດາ​ບົດ​ລາຍ​ງານ​ກ່ຽວ​ກັບ: ກ​ານ​ຕີ​ລາ​ຄາ​ເພີ່ມ​ເຕີມ​ໝາກ​ຜົນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ງົບ​ປະ​ທານ​ແຫ່ງ​ລັດ​ປີ 2015, ໝາກ​ຜົນ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດໄລ​ຍະ 5 ປີ 2011 – 2015; ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 5 ປີ 2016 – 2020… ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດ​ຈະ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເ​ອົ​າລັດ​ຖະ​​ບັນ​ຍັດຄຸ້ມ​ຄອງ​ຕະ​ຫຼາດ; ຮັບ​ຮອງ​ເ​ອົາ​ຂໍ້​ກຳ​ນົດກົດ​ລະ​ບ​ຽບ​ການ​ຈັດ​ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​​ຕຸ​ລາ​ກິດ. ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ລັດ​ຖ​ະ​​ບັນ​ຍັດ​ສຶກ​ສາ​ບາງ​ຕຳ​ແໜ່ງ​ຍຸ​ຕິ​ທຳ; ຮ່າງ​ບົດ​ລາຍ​ງານ​ວຽກ​ງານ​ອາ​ຍຸ​ການ​ຊຸດ​ທີ 13 ຂອງ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ…

ຂ່າວ/ບົດ​ອື່ນ