ຄຳ​ສັ່ງ​ຂ​ວໍ້າ​ບາດ​ຂອງ​ອາ​ເມ​ລິ​ກາ​ເຮັດ​ໃຫ້ ກູ​ບາ ເສຍ​ຫາຍເກື​ອບ 1.000 ​ຕື້ USD

(VOVWORLD) - ທ່ານລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ແລະ ການລົງທຶນຕ່າງປະເທດ ຂອງກູບາ Mincex Rodrigo Malmierca ກໍ່ຕຳໜິຕິຕຽນບັນດາມາດຕະການຊຶ່ງ ອາເມລິກາໄດ້ປະກາດກ່ອນໜ້ານັ້ນ 1 ວັນເພື່ອແນໃສ່ຮັດກຸມຮອບປິດລ້ອມເສດຖະກິດນີ້ກ່ວາອີກ.
ຄຳ​ສັ່ງ​ຂ​ວໍ້າ​ບາດ​ຂອງ​ອາ​ເມ​ລິ​ກາ​ເຮັດ​ໃຫ້ ກູ​ບາ ເສຍ​ຫາຍເກື​ອບ 1.000 ​ຕື້ USD - ảnh 1ແຂກທ່ອງທ່ຽວ ຢູ່ La Habana, Cuba (ພາບ: AFP/TTXVN)

ບັ້ນປິດລ້ອມ, ຂວໍ້າບາດດ້ານເສດຖະກິດ - ການຄ້າ - ການເງິນ ຂອງ ອາເມລິກາ ເປັນເວລາເກືອບ 60 ປີ ໄດ້ສ້າງຄວາມເສຍຫາຍດ້ານວັດຖຸໃຫ້ກູບາ ດ້ວຍມູນຄ່າ 933 ຕື້ USD ຕາມລາຄາໃນປັດຈຸບັນ. ນີ້ແມ່ນຕົວເລກໂດຍກະຊວງອຸດສາຫະກຳ, ການຄ້າ ແລະ ການລົງທຶນຕ່າງປະເທດ ຂອງກູບາ (Mincex) ໄດ້ປະກາດໃນວັນທີ 05 ມິຖຸນາ.

ທ່ານລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ແລະ ການລົງທຶນຕ່າງປະເທດ ຂອງກູບາ Mincex Rodrigo Malmierca ກໍ່ຕຳໜິຕິຕຽນບັນດາມາດຕະການຊຶ່ງ ອາເມລິກາໄດ້ປະກາດກ່ອນໜ້ານັ້ນ 1 ວັນເພື່ອແນໃສ່ຮັດກຸມຮອບປິດລ້ອມເສດຖະກິດນີ້ກ່ວາອີກ.

        ບັນດາມາດຕະການລົງໂທດຫຼ້າສຸດຂອງ ວໍຊິງຕັນຕ້ານ La Habana ລວມມີ: ເລື່ອງຫ້າມພົນລະເມືອງອາເມລິກາໄປຍັງ ກູບາ “ເພື່ອເປົ້າໝາຍການສຶກສາ ແລະ ໄປເປັນກຸ່ມ” -ຮູບການນີ້ຍັງຖືກບັນດາບໍລິສັດທ່ອງທ່ຽວຂອງອາເມລິກາລົງທະບຽນໃຫ້ແກ່ແຂກຂອງຕົນເພື່ອໄປຢ້ຽມຊົມ “ປະເທດເກາະເສລີ”, ພ້ອມທັງຫ້າມບັນດາຖ້ຽວບິນເອກະຊົນ ຫຼື ຮ່ວມທຸລະກິດກັບອາເມລິກາ ໄປຍັງ ກູບາ. ນອກຈາກນັ້ນ, ອາເມລິກາ ກໍ່ຫ້າມບັນດາບໍລິສັດຂອງປະເທດນີ້ສົ່ງອອກເຮືອ ແລະ ເຮືອບິນໄປຍັງ ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ