ຄຳສັ່ງຂອງນາຍົກລັດ ຖະມົນຕີ ກ່ຽວກັບເລື່ອງ ເພີ່ມທະວີການປະຢັດ, ຕ້ານການຟຸມເຟືອຍ

ຄຳສັ່ງຂອງນາຍົກລັດ ຖະມົນຕີ ກ່ຽວກັບເລື່ອງ ເພີ່ມທະວີການປະຢັດ, ຕ້ານການຟຸມເຟືອຍ - ảnh 1
ພາບປະກອບ

(vovworld) - ວັນ​ທີ 29/7, ທ່ານ​ນາຍົກລັດຖະມົນຕີ ​ເຊັນ​ປະກາດ​ໃຊ້​ຄຳ​ສັ່ງ​ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່, ລັດວິ​ສາ​ຫະກິດ​ເພີ່​ມທະວີ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ​ໃນ​ການ​ຄຸ້ມ​ຄອງ, ຂຸດ​ຄົ້ນ, ນຳ​ໃຊ້​ຊັບພະຍາກອນ, ທຶນຮອນ, ຊັບ​ສິນ ​ແລະ ຄົນ​ງານ​ຢູ່​ບັນດາ​ລັດ​ວິ​ສາ​ຫະກິດ. ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ, ລັດ​ວິ​ສາ​ຫະກິດ ກວດກາ​ສະ​ພາບ​ການ​ນຳ​ໃຊ້​ທີ່​ດິນ, ຊັບພະຍາກອນ​ແຮ່​ທາດ, ຊັບພະຍາກອນ​ປ່າ​ໄມ້​..​​.​.​ ​ເພື່ອ​ກຳນົດ ​ແລະ ​ແກ້​ໄຂ​ປັບ​ໄໝ​ລົງ​ໂທ​ດບັນດາ​ພາກສ່ວນ, ຫົວ​ໜ່ວຍ​ພວມ​ນຳ​ໃຊ້​​ແບບຟຸມ​ເຟຶອຍ, ບໍ່​ປະຢັດ​ຢ່າງ​ທັນ​ການ. ພ້ອມ​ທັງ​ຄວບ​ຄຸມ​ການ​ອອກ​ໃບອະນຸຍາດ​​ຂຸດ​ຄົ້ນ​ຊັບພະຍາກອນ, ​ແຮ່​ທາດ​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ກໍ່​ການ​ຟຸມ​ເຟືອຍ ຫຼື ບໍ່​ຮັບປະກັນ​ຖືກ​ຕາມ​ບັນດາ​ຄຳ​ຮຽກຮ້ອງ​ປົກ​ປັກ​ຮັກສາ ສິ່ງ​ແວດ​ລ້ອມ​ຕາມ​ຂໍ້ກຳນົດ​ຂອງ​ກົດໝາຍ​ຢ່າງ​ແໜ້ນ​ແຟ້ນ.

 

ຂ່າວ/ບົດ​ອື່ນ