ຄູເວດຈັບຕົວ60ຄົນທີ່ສົງໄສກ່ຽວຂ້ອງເຖິງIS

ຄູເວດຈັບຕົວ60ຄົນທີ່ສົງໄສກ່ຽວຂ້ອງເຖິງIS - ảnh 1
ກຳ​ລັງ​ປ້ອງ​ກັນ​ຢູ່ໂຍດ Al-Imam al-Sadeq ພາຍຫຼັງ​ການ​ວາງ​ລະ​ເບີດ
(ພາບ: AFP/TTXVN)

(vovworld) –  ສື່ມວນ​ຊົນ ຄູ​ເວດ​ໄດ້​ໃຫ້​ຂ່າວ​ເມື່ອ​ວັນ​ທີ 30/6 ວ່າ: ກຳ​ລັງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ປະ​ເທດນີ້​ໄດ້​ຈັບ​ຕົວ 60 ຄົນ, ພ້ອມ​ທັງ​​ໃຫ້ຢຸດ​ຕິ​ການ​ເຄື່ອນ​ໄຫວ​ສຳ​ລັບ​ກອງ​ທຶນ​ກຸ​ສົນ​ທີ່​ຖື​ກ​ກ່າ​ວ​ຫາ​ແມ່ນ​ລະ​ເມີດຫຼັກ​ການ. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ບັ້​ນ​ຮົບ​ປາບ​ປາມ​ພວກ​ທະ​ຫານ​ກະ​ບົດ​ທີ່​ຖືກ​ສົງ​ໄສ ພາຍຫຼັງ​ເ​ກີດ​ເຫດ​ວາງ​ລ​ະ​ເບີດ​ສະຫຼະ​ຊີບ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ຢູ່​ປະ​ເທດ​ເຂດ​ອ່າວ​ເປີ​ເຊຍນີ້​ໃນ​ວັນ​ທີ 26/6 ຜ່ານ​ມາ, ເຮັດ​ໃຫ້ 27 ຄົນ​ເສຍ​ຊີ​ວິດ ແລະ ອີກ 277 ຄົນ​ຖືກ​ບາດ​ເຈັບ. ​ໜັງ​ສື​ພິມ “al - Qabas” ໄດ້​​ຄັດ​ສະ​ເໜີ​​ແຫຼ່ງ​ຂ່າວ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່ ຄູ​​ເວດ ໃຫ້​ຮູ້​ວ່າ: 60 ຄົນ​, ໃນ​ນັ້ນ​ມີ​ທັງ​ພົນ​ລະ​ເມືອງ ຄູ​ເວດ ແລະ ບັນ​ດາ​ປະ​ເທດ​ອື່ນ​ໃນເຂ​ດ​ອ່າວ​​ເປີ​ເຊຍ, ໄດ້​ຖືກ​ຈັບ​ຕົວ​ເພື່ອ​ຮັບ​ໃຊ້​ການ​ສືບ​ສວນ. ຕາມ “al - Qabas” ແລ້ວ, ກຳ​ລັງ​ເຈົ້າ​ໜ້າ​ທີ່​ໄດ​້ຄົ້ນ​ພົບ​​ບາງ​ເປົ້າ​ໝາຍ​ໃນ​ຈຳ​ນວນ​ຄົນ​ດັ່ງ​ກ່າວ​ມີ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ບັນ​ດາ​ມື​ປືນ​ຂອງ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ. ບາງ​ຄົນ​ອື່ນ​ຖືກ​ສົງ​ໄສ​ແມ່ນ​ສະ​ມາ​ຊິກ​ຂອງ​ບັນ​ດາກ​ຸ່ມ “ຫົວ​ຮຸ​ນ​ແຮງ”.


ຂ່າວ/ບົດ​ອື່ນ