ງານຊຸມນຸມມິດຕິງປ້ອງ ກັນແລະຕ້ານການໃຊ້ ຄວາມຮຸນແຮງສຳລັບ ແມ່ຍິງແລະເດັກຍິງ


ງານຊຸມນຸມມິດຕິງປ້ອງ ກັນແລະຕ້ານການໃຊ້ ຄວາມຮຸນແຮງສຳລັບ ແມ່ຍິງແລະເດັກຍິງ - ảnh 1

ຜູ້​ແທນ​ເຂົ້າຮ່ວມງານ​ຊຸມນຸມ​ມິດ​ຕິງ

(ພາບ: vov)

(vovworld)-  ຕອນ​ເຊົ້າວັນ​ທີ 24/11, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ງານ​ຊຸມນຸມ​ມິດ​ຕິງ ຕອບ​ສະໜອງ​ວັນ​ລົບ​ລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງສາກົນ (ຄື​ວັນ​ທີ 25/11) ດ້ວຍ​ຫົວ​ເລື່ອງ “ຮ່ວມ​ແຮງ​ຮ່ວມ​ໃຈຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ແມ່ຍິງ ​ແລະ ​ເດັກ​ຍິງ“. ກ່າວ​ຄຳ​ເຫັນ​​ໄຂ​ງານ​ຊຸມນຸມ​ມິດ​ຕິງ, ທ່ານ​ຫງວຽນ​ກວກ​ເກື່ອງ, ປະທານ​ສະມາຄົມ​ຊາວ​ກະ​ວິສິກອນ​ຫວຽດນາມ ​ຖືວ່າ: ຜູ້​ຊາຍ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ ​ແລະ ລົບ​ລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ແມ່ຍິງ:

  “ສະມາຄົມ​ຊາວ​ກະ​ສິກອນ​ຫວຽດນາມ ​ໃຫ້​ຄຳໝັ້ນສັນຍາ​ຈະ​ສືບ​ຕໍ່​ຍູ້​ແຮ​ງການ​ໂຄສະນາ, ສຶກສາ​ອົບຮົມ, ຂົນຂວາຍ​ສະມາຊິກ​ຍົກ​ສູງ​ລະດັບ​ຄວາມ​ຮັບ​ຮູ້​ໃນ​ທຸກ​ດ້ານ, ປະຕິບັດ​ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ທົ່ວ​ສັງຄົມ ຈົ່ງ​ໃຫ້​ຄຳໝັ້ນສັນຍາ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ ​ແລະ ຕ້ານການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ ສຳລັບ​ແມ່ຍິງ ​ແລະ ​ເດັກ​ຍິງ“.

  ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງປະທານສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຊີ້​ແຈງ​ວ່າ:

   “ຂ້າພະ​ເຈົ້າສະ​ເໜີ​ໃຫ້​ບັນດາກະຊວງ ຂະ​​ແໜງ​ການ​ທີ່​ກ່ຽວຂ້ອງ, ບັນດາ​ອົງການ​ຈັດຕັ້ງການ​ເມືອງ​ສັງຄົມ​ຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຍູ້​ແຮງ​ການ​ປະຕິ​ດບັດ​ກົດໝາຍ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ  ​ແລະ ຕ້ານການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ, ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ, ສຶກສາ​ອົບຮົມ, ຂົນຂວາຍ​ປ່ຽນ​ແປງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ  ​ເພື່ອ​ປ່ຽນ​ແປງ​ການ​ກະທຳ​ໃຊ້ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ ​ໃນ ປຊຊ ​ແຕ່​ລະ​ຄົນ, ພິ​ເສດ​ແມ່ນ​ຜູ້​ຊາຍ. ປະຕິບັດກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານການ​ໃຊ້ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ, ກ້າວໄປ​ເຖິງ​ລົບ​ລ້າງການ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ແມ່ຍິງ ​ແລະ ​ເດັກ​ຍິງ“.

ຂ່າວ/ບົດ​ອື່ນ