ງານຕະຫຼາດນັດ ອາຫານການກິນ ອາຊຽນ ສ້າງກອງທຶນການກຸສົນ ຢູ່ ຈາກາຕາ

(VOVWORLD) -ວັນທີ 25 ເມສາ, ຢູ່່ສໍານັກງານ ຄະນະເລຂາທິການອາຊຽນ, ສະຫະພັນແມ່ຍິງ ອາຊຽນ ນະຄອນ ຈາກາຕາ, ປະເທດອິນໂດເນເຊຍ ໄດ້ຈັດຕັ້ງງານຕະຫຼາດນັດເພື່ອສ້າງກອງທຶນການກຸສົນ.
ງານຕະຫຼາດນັດ ອາຫານການກິນ ອາຊຽນ ສ້າງກອງທຶນການກຸສົນ ຢູ່ ຈາກາຕາ - ảnh 1ຮ້ານວາງສະແດງ ແລະ ຂາຍອາຫານຂອງຫວຽດນາມ ໄດ້ດຶງດູດແຂກມາຢ້ຽມຊົມ ແລະ ຊີມເຝີ ຫວຽດນາມ ເປັນຈໍານວນຫຼາຍ(ພາບ: Vietnam+)

ເຂົ້າຮ່ວມງານຕະຫຼາດນັດດັ່ງກ່າວ ມີຮ້ານວາງສະແດງ ແລະ ຂາຍອາຫານ ຂອງບັນດາປະເທດ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື 25 ຮ້ານ. ເຍື່ອງອາຫານທີ່ພື້ນເມືອງຂອງບັນດາປະເທດ ທີ່ຮັບໃຊ້ໃນງານຕະຫຼາດນັດ ມີຫຼາຍຮູບຫຼາຍແບບທີີ່່ສຸດ ເປັນຕົ້ນແມ່ນ ເຂົ້າ Lemak ຂອງ ມາເລເຊຍ, ຊີ້ນສະຫວັນຂອງລາວ, ໝີ່ປາ ຂະແມ ຂອງ ກໍາປູເຈຍ... ຮ້ານວາງສະແດງ ແລະ ຂາຍອາຫານຂອງຫວຽດນາມ ໄດ້ດຶງດູດແຂກມາຢ້ຽມຊົມ ແລະ ຊີມເຝີ ຫວຽດນາມ ເປັນຈໍານວນຫຼາຍ. ທ່ານນາງ Dhani Sarwono ປະທານແມ່ຍິງອາຊຽນ ໃຫ້ຮູ້ວ່າ ຈໍານວນເງິນ ທີ່ເກັບມາໄດ້ຈາກການຈັດງານຕະຫຼາດນັດຄັ້ງນີ້ ຈະນໍາໃຊ້ເຂົ້າໃນການເຄື່ອນໄຫວການກຸສົນຂອງສະຫະພັນ.


ຕອບກັບ

ຂ່າວ/ບົດ​ອື່ນ