ງານຕະຫຼາດນັດວາງສະແດງExpoMilan2015:ນ້ຳແລະດອກບົວ

ງານຕະຫຼາດນັດວາງສະແດງExpoMilan2015:ນ້ຳແລະດອກບົວ - ảnh 1
ເຮືອນ ຫວຽດນາມ ຢູ່ ExpoMilan2015
(ພາບ: Vietnam+)

(vovworld) – ​ ຕອນ​ຄຳ່​ວັນ​ທີ 3/6, ສະຖານທູດ​ອີ​ຕາ​ລີ ປະຈຳ ຫວຽດນາມ ​ໄດ້​ແນະນຳ​ງານ​ຕະຫຼາດນັດ​ວາງສະ​ແດງ Expo Milan 2015 ​ແລະ ຢ້ຽມ​ຊົມ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ: “ນ້ຳ ​ແລະ ດອກ​ບົວ​ຢູ່ ອີ​ຕາ​ລີ”. ງານ​ວາງສະ​ແດງ​ໄດ້​ຈັດ​ຕັ້ງ​ເນື່ອງ​ໃນ​ໂອກາດ​ວັນຊາດ ອີ​ຕາ​ລີ (2/6) ​ແລະ ສຸມ​ໃສ່​​ເຂົ້າໃນ​ຫົວ​ຂໍ້ງານ​ຕະຫຼາດນັດ​ວາງສະ​ແດງ Expo Milan 2015:​ ງານ​ຕະຫຼາດນັດ​ສາກົນ​ໄດ້​ດຳ​ເນີນ​ຢູ່ Milano, ປະ​​ເທດ ອີ​ຕາ​ລີ ​ໃນ​ລະຫວ່າງ​ວັນ​ທີ 1/5-31/10/2105. ​ໃນ​ຕະຫຼອດ​ເວລາ 6 ​ເດືອນ​ນີ້, Milano ຈະ​ແມ່ນ​ໃຈ​ກາງ​ທົ່ວ​ໂລກ​ ​ເຊິ່ງ​ແມ່ນ​ສະຖານ​ທີ່ຈະ​ວາງສະ​ແດງ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝຂອງ140 ປະ​ເທດ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ.​ ​ໃນ​ບັນດາ​ຫົວ​ຂໍ້​ຂອງ​ງານ​ຕະຫຼາດນັດ Expo, ງານ​ວາງສະ​ແດງ​ສຸມ​ໃສ່​ເຂົ້າ​ໃນ​ການ​ຄົ້ນ​ຄ້ວາ, ປ່ຽນ​ໃໝ່​​, ໝັ້ນຄົງ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ນັກ​ທ່ອງ​ທ່ຽວ​ຈະ​ມີ​ໂອກາດ​ຕີ​ລາຄາ​ສູງ​ບັນດາ​ມາດ​ຕະການ ​ເຊິ່ງ ອີ​ຕາ​ລີ ​ແລະ ຫວຽດນາມ ສະ​ເໜີ ​ແລະ ປະຕິບັດ​​ໃນ​ງານ​ຕະຫຼາດນັດ​ວາງສະ​ແດງ Expo Milan 2015.

ຂ່າວ/ບົດ​ອື່ນ