ງານຕະຫຼາດ​ນັດ​ສາ​ກົນ ຂອງ​ຂວັນ​ເຄື່ອງ ສິ​ລະ​ປະ​ຫັດ​ຖະ​ກຳ ຮ່າ​ໂນ້ຍ ປີ 2023

(VOVWORLD) - ພາຍຫຼັງ 11 ປີແຫ່ງການຈັດຕັ້ງ, Hanoi Giftshow  ໄດ້ຢັ້ງຢືນບົດບາດ ແມ່ນ ງານຕະຫຼາດນັດທີ່ສະເພາະຂະແໜງ ສິລະປະຫັດຖະກຳສົ່ງອອກທີ່ມີອິດທີພົນຊື່ສຽງຂອງພາກພື້ນ ອາຊີ - ປາຊີຟິກ
ງານຕະຫຼາດ​ນັດ​ສາ​ກົນ ຂອງ​ຂວັນ​ເຄື່ອງ ສິ​ລະ​ປະ​ຫັດ​ຖະ​ກຳ ຮ່າ​ໂນ້ຍ ປີ 2023 - ảnh 1ພິທີມອບລາງວັນໃນການແຂ່ງຂັນ 

ງານຕະຫຼາດນັດສາກົນ ຂອງຂວັນເຄື່ອງ ສິລະປະຫັດຖະກຳ ຮ່າໂນ້ຍ ຄັ້ງທີ 12 ປີ 2023 (Hanoi Giftshow 2023), ໂດຍຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈັດຂຶ້ນ ໄດ້ດຳເນີນໃນລະຫວ່າງວັນທີ 1 ຫາວັນທີ 4 ຕຸລາ ຢູ່ຫໍວາງສະແດງສະຖາປັດຕະຍາກຳ, ແຜນຜັງກໍ່ສ້າງແຫ່ງຊາດ (ຮ່າໂນ້ຍ).

Hanoi Giftshow 2023 ມີຂອບຂະໜາດຮ້ານວາງສະແດງ 450 ຮ້ານ (ແບບເຊິ່ງໜ້າ ແລະ ທາງໄກ) ຂອງບັນດາວິສາຫະກິດ, ພື້ນຖານຜະລິດເຄື່ອງ ສິລະປະຫັດຖະກຳ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບມີຮູບແບບທີ່ຫຼາຍຫຼາຍ ແລະ ງາມຕາ, ຄຸນນະພາບດີ. ມີຫຼາຍຜະລິດຕະພັນໄດ້ສົ່ງອອກໄປຍັງບັນດາຕະຫຼາດຄື: ສະຫະພາບເອີລົບ, ອາເມລິກາ, ລັດເຊຍ ແລະ ບາງປະເທດອາຊີ, ອາຊີຕາເວັນອອກສ່ຽງໃຕ້. ໃນຂອບເຂດ Hanoi Giftshow 2023, ຄະນະຈັດຕັ້ງໄດ້ມອບລາງວັນການແຂ່ງຂັນອອກແບບຮູບແບບຜະລິດຕະພັນ ສິລະປະຫັດຖະກຳ ຮ່າໂນ້ຍ ປີ 2023 90 ລາງວັນ, ໃນນັ້ນ ລາງວັນທີ 1 ມີ 6 ລາງວັນ,.

ພາຍຫຼັງ 11 ປີແຫ່ງການຈັດຕັ້ງ, Hanoi Giftshow  ໄດ້ຢັ້ງຢືນບົດບາດ ແມ່ນ ງານຕະຫຼາດນັດທີ່ສະເພາະຂະແໜງ ສິລະປະຫັດຖະກຳສົ່ງອອກທີ່ມີອິດທີພົນຊື່ສຽງຂອງພາກພື້ນ ອາຊີ - ປາຊີຟິກ, ດຶງດູດການເຂົ້າຮ່ວມຂອງຮ້ານວາງສະແດງຫຼາຍກ່ວາ 5000 ແຫ່ງ ຂອງວິສາຫະກິດ, ຮາກຖານການຜະລິດ ຫຼາຍກ່ວາ 2250 ແຫ່ງ ທີ່ມາຈາກບັນດາແຂວງ, ນະຄອນ ໃນທົ່ວປະເທດ ແລະ ກ່ວາ 30 ປະເທດໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ