ງານບຸນຊ່ວງເຮືອ Ngo ຊອກຈັງຄັ້ງທີ2,ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ

ງານບຸນຊ່ວງເຮືອ Ngo ຊອກຈັງຄັ້ງທີ2,ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ - ảnh 1
ງານບຸນຊ່ວງເຮືອ Ngo ຊອກຈັງຄັ້ງທີ 2,
ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ
(ພາບ: dantri)

(vovworld) - ​ ​​ຕອນ​ຄ່ຳ​ວັນ​ທີ 24/11, ຢູ່​ສະ​ໜາມ​ຫຼວງແບກ​ດັ່ງ, ນະ​ຄອນ​ຊອກ​ຈັງ, ແຂວງ​ຊອກ​ຈັງ​ໄ​ດ້​ຈັດ​ພິ​ທີ​ໄຂ​ງານ​ບຸນ​ຊ່ວງ​ເຮືອ Ngo ​ຊອກ​ຈັງ ຄັ້ງ​ທີ 2, ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ດ້ວຍ​ຫົວ​ຂໍ້​ວ່າ “ຊອກ​ຈັງ - ເບີກ​ບານມ່ວນ​ຊື່​ນ​ດ້ວຍງານ​ບຸນ”. ນີ້​ແມ່ນ​ວັນ​ວັດ​ທະ​ນະ​ທຳ - ກິ​ລາ - ທ່ອງ​ທ່ຽວ​ໂຄ​ສະ​ນາ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງດ້ານ​ເ​ສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ທ່ອ​ງ​ທ່ຽວ​ຂອງ​ແຂວງ​ຊອກ​ຈັງ. ທ່ານ ກວກຫວຽດ​ຕຸ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ຊອກ​ຈັງ ໃຫ້​ຮູ້​ວ່າ.

      “ພວກ​ຂ​້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ, ຈ​ະ​ເສີມ​ຂະ​ຫຍາຍ​ນ​້ຳ​ໃຈ​ສາ​ມັກ​ຄີ​​ແຫ່ງ​ຊາດ, ກໍ​ຄື​ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ມູນ​ເຊື້ອ​ຂ​ອງ​ຊ​າດ. ພວກ​ຂ້າ​ພະ​ເຂົ້າ​​ໄດ້​ສ້າງ​ກາ​ລະ​ໂອ​ກາດ​ພົບ​ປະ​ແລກ​ປ່ຽນ​​ດ້ານການ​ຄ້າ, ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ດຶງ​ດູດ, ກໍ​ຄື​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ບັນ​ດາ​ເຂດ​ແຄ້ວນ, ພິ​ເສດ​ແມ່ນ​ໃນ​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ. ຜ່ານນັ້ນ, ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ການ​ທ່ອງ​ທ່ຽວ​ແຂວງ​ຊອກ​ຈັງ ຈ​ະ​ສາ​ມາດ​ເສີມ​ຂະ​ຫຍາຍ​ ຈຸດ​ທີ່​ເປັນ​ເອ​ກະ​ລັກ​ພິ​ເສດ​ສະ​ເພາະ, ລັກ​ສະ​ນະ​ທີ່​ເປັນ​ມູນ​ເຊື້ອ ​ໂດຍ​ປະ​ສານ​ສົມ​ທົບ​ກັບ​ລັກ​ສະ​ນະ​ທັນ​ສະ​ໄໝ. ພວກ​ຂ້າ​ພະ​ເຈົ້າ​ຈະ​ສ້າງ​ບາດ​ກ້າວ​ໃໝ່​ໃຫ້​ຂະ​ແໜງ​ທ່​ອງ​ທ່ຽວ”.

ຂ່າວ/ບົດ​ອື່ນ