ງານບຸນຊາດ້າຍຕື່,ແຂວງທ໋າຍງວຽນຖືກຈັດຂຶ້ນຢ່າງຟົດຟື້ນ

ງານບຸນຊາດ້າຍຕື່,ແຂວງທ໋າຍງວຽນຖືກຈັດຂຶ້ນຢ່າງຟົດຟື້ນ - ảnh 1
ງານ​ບຸນ​ຊາ ດ້າຍ​ຕື່
(ພາບ: nongnghiep.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 25/1, ຢູ່ສະ​ໜາມ​ກິ​ລາ ດ້າຍ​ຕື່, ແຂວງ ທ໋າຍງວຽນ ໄດ້​ດຳ​ເນີນ​ງານ​ບຸນ​ຊາ ດ້າຍ​ຕື່. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ບຸນ​ໃຫຍ່​ຂອງ​ແຂວງ ທ໋າຍງວຽນ, ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຈຳ​ປີ ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ເຜີຍ​ແຜ່​​ຜະ​ລິດ​ຕະ​ພັນ​ຊາ ດ້າຍ​ຕື່. ເຂົ້າ​ຮ່ວມ​ງານ​ບຸນ​ມີ​ປະ​ມານ 200 ຮ້ານ​ວາງ​ສະ​ແດງ, ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຊາ​ຂອງ​ໝູ່​ບ້ານ​ອາ​ຊີບ​​ຜະ​ລິດ​ຊາໃນ​ເມືອງ. ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ແມ່ນ​ຄ່ຳ​ຄືນ​​ດື່ມ​ນ້ຳ​ຊາ, ການ​ແຂ່ງ​ຂັນ “ປຸງ​ແຕ​່ງ​ຊາ”, ສະ​ແດງ​ຂັບ​ແທນ, ​​ເສບ​ພິນ​ຕີ໋ງ… ພິ​ເສດ, ໃນ​ງານ​ບຸນ, ແຂກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮູ້​ຈັກ​ເຖິງ​ຮູບ​ພາບ​ຂອງ​ໝູ່​ບ້ານ​ຊາ​ເ​ກົ່າ ດ້ວຍ​ການ​ວາດ​ພາບ​ຄືນ​ບັນ​ດາ​ຂັ້ນ​ຕອນ​ຜະ​ລິດ​ຊາ… ຕາມ​ວິ​ທີ​ທີ່​ເປັນ​​ປະ​ເພ​ນີ​ຂອງ​ຜູ້​ປູກ​ຊາ.

        ງານ​ບຸນ​ຊາ ດ້າຍ​ຕື່ ປີນີ້​ແກ່​ຍາວ​ຮອດ​ວັນ​ທີ 27/1.


ຂ່າວ/ບົດ​ອື່ນ