ງານບຸນດອກຄາຍປີ 2014

ງານບຸນດອກຄາຍປີ 2014 - ảnh 1
ງານ​ບຸນ​ດອກ​ຄາຍ​ປີ 2014​ໄດ້​ຖືກ​ໄຂ​ຂຶ້ນ​ ຢູ່​ຮ່າ​ໂນ້ຍ
(ພາບ: baomoi)

(vovworld)- ງານ​ບຸນ​ດອກ​ຄາຍ​ປີ 2014​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/3 ຢູ່​ຮ່າ​ໂນ້ຍ. ງານ​ບຸນ​ດອກ​ຄາຍ​ປີນີ້​ໂດຍ​ແມ່ນ ສະມາຄົມ​ແລກປ່ຽນ​ວັດທະນະທຳ​ຫວຽດນາມ-ຍີ​ປຸນ ​ແລະ ສະຫະ​ສະມາຄົມ​ແລກປ່ຽນ​ແມ່​ຂອງ - ຍີ​ປຸ່ນສົມທົບ​ກັນ​ຈັດ​ຂຶ້ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ ງານ​ບຸນ​ດອກ​ຄາຍ​ປີນີ້. ທ່ານ​ວູ້ຄັກ​ລຽນ ປະທານ​ສະມາຄົມ​ແລກປ່ຽນ​ວັດທະນະທຳ​ຫວຽດນາມ-ຍີ​ປຸ່ນ ​ໃຫ້​ຮູ້​ວ່າ : 

    “ ງານ​ບຸນ​ດອກ​ຄາຍ​ປີ​ນີ້, ນອກຈາກ​ການ​ປັກ​ດອກ​ຄາຍ​ປະດັບ, ພວກ​ເຮົາ​ຍົງ​ໄດ້​ຮັບ​ຊົມ​ການ​ແຫ່​ວໍ ​ໂອ​ມີ​ໂກ​ຊີ ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຍີ​ປຸ່ນອີກ​ດ້ວຍ. 14 ທິມ Yoasakoi ຂອງ​ຫວຽດນາມ ​ແລະ ຍີ​ປຸ່ນ ຈະ​ມີ​ການ​ແຂ່ງຂັນ​ກັນ ​ແລະ ມີ​ການ​ໃຫ້​ຄະ​ແນນ. ດ້ານ​ອາຫານ​ການ​ກິນ​ຂອງ​ຍີ​ປຸ່ນ ​ແນ່ນອນ​ວ່າ ຈະ​ດຶງ​ດູດ​ໃຈ​ພວກ​ເຮົາ, ມີ​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຫຼາຍ​ຢ່າງ​ຈະ​ຖືກ​ແນະນຳ​ໃນ​ໂອກາດ​ນີ້ ”     .

ກ່ຽວ​ກັບ​ຈຸດປະສົງ​ຂອງ ງານ​ບຸນ​ດອກ​ຄາຍ​ປີ​ນີ້,  ທ່ານ Fujisawa Satoshi ຜູ້ຕາງໜ້າສະຫະ​ສະມາຄົມ​ແລກປ່ຽນ​ແມ່​ຂອງ - ຍີ​ປຸ່ນ​ໃຫ້​ຮູ້​ວ່າ : 

      “ 3 ປີ​ກ່ອນ​ນີ້, ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ຍີ​ປຸ່ນ​ໄດ້​ເກີດ​ເຫດ​ແຜ່ນດິນ​ໄຫວ ​ແລະ ຄື້ນຟອງ​ຍັກ ​ແລ​ະ ​ໄດ້ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຊາວ​ຫວຽດນາມ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ຜ່ານ​ຜ່າ​ໄພພິບັດ​ທຳ​ມະ​ຊາດ. ລາຍການ​ນີ້​ແມ່ນ​ການຕອບ​ບູນ​ແທນ​ຄຸນ​ຂອງ​ຊາວ​ຍີ​ປຸ່ນທີ່​ມີ​ຕໍ່​ບັນດາ​ເພື່ອນ​ຫວຽດນາມ ” 

ຂ່າວ/ບົດ​ອື່ນ