ງານບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈ2017

ງານບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈ2017 - ảnh 1
ງານບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈ2017
(ພາບ: TTXVN)


(vovworld) - ດ້ວຍ​ສານ​ທີ່​ວ່າ “ບໍ​ລິ​ຈາກ​ເລືອດ​​ໃນ​ໂອ​ກາດຕົ້ນ​ປີ​ໃໝ່, ​ແມ່ນ​ເພີ່ມຄວາມ​ຜາ​ສຸກ”, ວັນ​ທີ 05/01, ຄະ​ນະ​ຊີ້​ນຳ​ການບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈແຂວງກວາງ​ນາມ ໄດ້​ຈັດ​ງານ​ບຸນບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ປີ 2017 ​ແນ​ໃສ່​ຂົນ​ຂວາຍ​ທຸກ​ຄົນ​ເຂົ້າ​ຮ່ວ​ມ​ການ​ບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ​ເພື່ອຮັບ​ໃຊ້​ການ​ພະ​ຍາ​ບານສຸກ​ເສີນ ແລະ ປິ່ນ​ປົວ​ໃຫ້​ຄົນ​ເຈັບ. ວັນ​ບຸນ​ປີນີ້​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມກວ່າ 2.000 ຄົນ ແລະ ໄດ້​ກາຍ​ເປັນ ວັດທ​ະນະ​ທຳ​ອັນ​ດີ​ງາມ​ໃນ​ໂອ​ກາດ​ຕົ້ນ​ປີ​ໃໝ່. ​ງານ​ບຸນບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ປີ 2017 ຈະ​ແກ່​ຍາວ​ເປັນ​ເວ​ລາ 2 ເດືອນ, ດ້ວຍ​ຄາດ​ໝາຍ​ຂົນ​ຂວາຍ ແລະ ຮັບ​ເລືອດໄດ້​ປະ​ມານ 2.760 ຖົງ. ປີ 2017, ແຂວງກວາງ​ນາມ ສູ້​ຊົນບັນ​ລຸ​ຜົນ​ສຳ​ເລັດ ແລະ ​ໄດ້​ຮັບ​ບໍ​ລິ​ຈາກ​ເລືອດລື່ນ​ກາຍ​​ຄາດ​ໝາຍ​ໂດຍ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດບໍ​ລິ​ຈາກ​ເລືອດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ມອບ​ໝາຍ​ໃຫ້​ແມ່ນ 13.800 ຖົງ.

ຂ່າວ/ບົດ​ອື່ນ