“ງານບຸນຫໍ່ເຂົ້າປະດັບດິນສຳລັບພຸດທະສາສະນິກະຊົນແລະ ນັກທຸລະກິດ“

“ງານບຸນຫໍ່ເຂົ້າປະດັບດິນສຳລັບພຸດທະສາສະນິກະຊົນແລະ ນັກທຸລະກິດ“ - ảnh 1
“ງານບຸນຫໍ່ເຂົ້າປະດັບດິນສຳລັບພຸດທະສາສະນິກະຊົນແລະ ນັກທຸລະກິດ“
(ພາບ: Nguyễn Dân/TTXVN)


(vovworld) - ງານ​ບຸນ​ໂດຍ​ຄະນະ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ​ຈັດ​ຕັ້ງ​ຂຶ້ນ ​ເມື່ອ​ຕອນ​ຄຳ່​ວັນ​ທີ 4/8, ຢູ່​ໂຮງ​ລະຄອນ​ໃຫຍ່, ຮ່າ​ໂນ້ຍ. ນີ້​ແມ່ນ​ລາຍການ​ທີ່​ມີ​ລັກສະນະ​ວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊິ່ງ, ​ເພື່ອ​ສົ່ງ​ສານ​ທີ່​ວ່າ​ຈົ່ງ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ດ້ານ​ຄຸນສົມບັດ​ອັນ​ສູງ​ສົ່ງ​ຂອງ​ຊາດ, ພິ​ເສດ​ແມ່ນ​ຄວາມ​ກະຕັນຍູ​ໃນ​ສັງຄົມ​ປະຈຸ​ບັນ. ​ໃນ​ລາຍການ, ຜູ້​ຊົມ​ຈະ​ໄດ້​ພົວພັນ​ແລກປ່ຽນ​ກັບ​ແຂກ​ເຊີນ​, ​ເຊິ່ງແມ່ນ​ບັນດາ​ພະ​ມະຫາ​ອາຈານ, ນັກ​ຂ່າວ, ຜູ້​ທີ່​ມີ​ຄວາມ​ກະຕັນຍູ. ພະ​ມະຫາ​ອາຈານ ທິກ​ຢາກ​ວາງ, ຮອງ​ປະທານ​ສະພາ​ບໍລິຫານ, ຫົວໜ້າ​ຄະນະ​ໂຄສະນາ​ ສື່ສານ, ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “​ໃນ​ມູນ​ເຊື້ອ​ຫຼັກ​ສິນ​ທຳ ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນຳ້ຂອງ​ຊາດ​ຫວຽດນາມ, ​ເລື່ອງ​ຮູ້​ບຸນຄຸນ​ຕໍ່​ບັນພະບຸລຸດ, ພໍ່​ເຖົ້າ, ​ແມ່​ເຖົ້າ, ພໍ່​ແມ່ ​ແລະ ຄວາມ​ກະຕັນຍູ ​ແມ່ນ​ມີ​ຄວາມ​ສຳຄັນ​ທີ່​ສຸດ, ​ເຊິ່ງ​ໄດ້​ຝັງ​ເລິກ​ໃນ​ຈິດ​ໃຈ​ຂອງ​ຊາວ​ຫວຽດນາມ​ແຕ່ລະຄົນ. ວັນ​ບຸນ ຫໍ່​ເຂົ້າປະດັບດິນ, ສະ​ແດງ​ຄວາມ​ກະຕັນຍູ​ຂອງ​ພຸດທະ​ສາສະໜາ​ ​ໄດ້​ກາຍ​ເປັນ​ວັນ​ບຸນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ວັດທະນະທຳ​ມະນຸດ, ສະ​ແດງ​ໃຫ້​ເຫັນ​ຫຼັກ​ສິນ​ທຳ​ຕອບ​ບຸນ​ແທນ​ຄຸນ​ຂອງ​ຊາດ​ຫວຽດນາມ “.

        ​ໃນ​ໂອກາດ​ນີ້, ບັນດາ​ນັກ​ອຸປະຖຳ, ຜູ້​ໃຈ​ບຸນ. ​ໃຈ​ກຸສົນ​ໄດ້​ຈັດ​ຕັ້ງ​ການ​ບໍລິຈາກ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ​ໃນ​ການ​ເຄື່ອນ​ໄຫວ​ກຸສົນ. ຈຳນວນ​ເງິນ​ສະໜັບສະໜູນ ຖືກຈະ​ມອບ​ໃຫ້​ວັດ​ບາງ​ແຫ່ງ​ທີ່​ພວມ​ລ້ຽງ​ດູ​ຜູ້​ເຖົ້າ​ແກ່​ທີ່ຢູ່​ໂດດ​ດ່ຽວ, ​ເດັກ​ກຳພ້າ​ບໍ່​ມີ​ບ່ອນ​ເພິ່​ງພາອາ​ໄສ ​ແລະ ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ອື່ນໆ​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ