ງານບຸນເສື້ອຍາວ 2018 ດຳເນີນແຕ່ວັນທີ 3/3 ຈົນຮອດວັນທີ 25/3

(VOVWORLD) -ງານບຸນເສື້ອຍາວນະຄອນ ໂຮ່ຈີມິນ ຄັ້ງທີ 5 ຈະດຳເນີນແຕ່ວັນທີ 3 ມີນາ ຮອດວັນທີ 25 ມີນາ ດ້ວຍຫົວຂໍ້ວ່າ “ຄວາມງາມເສື້ອຍາວນະຄອນ ໂຮ່ຈີມິນ” ເພື່ອແນໃສ່ສ້າງສານ “ຂ້ອຍຮັກເສື້ອຍາວ ຫວຽດນາມ”  ໃຫ້ຊາວນະຄອນ ແລະ ບັນດາແຂກທີ່ມາຢ້ຽມຊົມເປັນຈຳນວນຫລວງຫລາຍ.

ງານບຸນເສື້ອຍາວປີນີ້ ມີ 15 ການເຄື່ອນໄຫວຕົ້ນຕໍ, ເອົາໃຈໃສ່ເຖິງປະສົບການ ແລະ ການແລກປ່ຽນສຳລັບບັນດາເປົ້າໝາຍໃນວົງຄະນາຍາດສັງຄົມ, ໃນນັ້ນ ມີລາຍການສະແດງກາຍະກຳດ້ວຍເສື້ອຍາວ, ລາຍການສິລະປະ “ເສື້ອຍາວ - ທ່າອ່ຽງຂອງ Fashion ໝູນໃຊ້ປີ 2018”…

        ງານບຸນໃນປີນີ້ ໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າຈາກນັກອອກແບບເສື້ອຍາວແຖຸວໜ້າໃນທົ່ວປະເທດ 22 ຄົນ ແນະນຳຊຸດເສື້ອຍາວກ່ວາ 1000 ຊຸດໃຫ້ສາມັນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ