ງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ XV-ປີ 2022: ແຫຼ່ງບັນດານໃຈໃຫ້ແກ່ມະຫາຊົນຜ່ານບັນດາຜົນງານກ່ຽວກັບ “ການຫັນປ່ຽນຢ່າງຄ່ອງຕົວ - ປັບຕົວເພື່ອກ້າວຂຶ້ນ”

(VOVWORLD) - ຫົວຂໍ້ຂອງງານປະກວດປີນີ້ແມ່ນ “ການຫັນປ່ຽນຢ່າງຄ່ອງຕົວ - ປັບຕົວເພື່ອກ້າວຂຶ້ນ” ລວມມີຫຼາຍຄວາມໝາຍ, ໃນນັ້ນມີການພັດທະນາຢ່າງແຮງຂອງວິທະຍາສາດເຕັກໂນໂລຊີ.
ງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ XV-ປີ 2022: ແຫຼ່ງບັນດານໃຈໃຫ້ແກ່ມະຫາຊົນຜ່ານບັນດາຜົນງານກ່ຽວກັບ “ການຫັນປ່ຽນຢ່າງຄ່ອງຕົວ - ປັບຕົວເພື່ອກ້າວຂຶ້ນ” - ảnh 1ທ່ານ ໂດ໋ຕ໊ຽນສີ, ຜູ້ອຳນວຍການໃຫຍ່ VOV

ງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ XV - ປີ 2022 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ວິທະຍຸກະຈາຍສຽງປະຊາຊົນນະຄອນໂຮ່ຈີມິນ ສົມທົບກັນຈັດຕັ້ງຢູ່ນະຄອນໂຮ່ຈີມິນ ໃນລະຫວ່າງວັນທີ 4 – 6 ສິງຫາ ດ້ວຍການເຂົ້າຮ່ວມຂອງ 86 ຫົວໜ່ວຍ.

        ຫົວຂໍ້ຂອງງານປະກວດປີນີ້ແມ່ນ “ການຫັນປ່ຽນຢ່າງຄ່ອງຕົວ - ປັບຕົວເພື່ອກ້າວຂຶ້ນ” ລວມມີຫຼາຍຄວາມໝາຍ, ໃນນັ້ນມີການພັດທະນາຢ່າງແຮງຂອງວິທະຍາສາດເຕັກໂນໂລຊີ. ກະຈາຍສຽງໄດ້ມີການຫັນປ່ຽນຢ່າງຄ່ອງແຄ້ວຮູບແບບການຜະລິດລາຍການ, ວິທີການສົ່ງສັນຍານຕາມທ່າອ່ຽງຫັນເປັນດີຈີຕອນ… ນອກຈາກນັ້ນ, ດ້ວຍການພັດທະນາຢ່າງແຮງຂອງສື່ສັງຄົມ, ບັນດາຜູ້ເຮັດວຽກງານກະຈາຍສຽງຕ້ອງປັບຕົວເພື່ອບືນຕົວຂຶ້ນ, ຢັ້ງຢືນບົດບາດທາງດ້ານກະຈາຍສຽງໃນຊີວິດສັງຄົມ. ທ່ານ ໂດ໋ຕ໊ຽນສີ, ຜູ້ອຳນວຍການໃຫຍ່ VOV ຢັ້ງຢືນວ່າ:

        “ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ ແລະ ພວມເປັນເຈົ້າການກຳແໜ້ນ, ໝູນໃຊ້ເຕັກໂນໂລຊີໃນການປະຕິບັດງານ, ອອກອາກາດລາຍການ ແລະ ກະທົບຕອບກັບມວນຊົນຢ່າງສູງສຸດ. ປະຈຸບັນ, ຄື້ນກະຈາຍສຽງບໍ່ພຽງແຕ່ກະຈາຍຜ່ານເຄື່ອງ ຣາດີໂອ ເທົ່ານັ້ນ ຫາກຍັງໄດ້ສຳຜັດກັບຜູ້ຟັງໃນເຄືອຂ່າຍອິນເຕີເນັດ, ຜ່ານບັນດາໂປຼແກຼມຂອງວິທະຍຸຄື: VTC Now, VOV Media ຫຼືໃນໜັງສືພິມເອເລັກໂຕນິກ vov.vn, ຫຼືໃນ facebook, youtube ອີກດ້ວຍ. ຍ້ອນເຫດນັ້ນການກະທົບຕອບກັບມະຫາຊົນກໍ່ໄວກ່ວາ, ທັນເວລາກ່ວາ. ມະຫາຊົນກໍ່ສາມາດກາຍເປັນຜູ້ສະໜອງຂ່າວໃຫ້ແກ່ບັນດານັກຂ່າວ, ເຮັດໃຫ້ເນື້ອໃນທີ່ໄດ້ອອກອາກາດອຸດົມສົມບູນຂຶ້ນຕື່ມ.”

ຕອບກັບ

ຂ່າວ/ບົດ​ອື່ນ