ງານປະກວດການສະແດງລະຄອນແຈວອາຊີບທົ່ວປະເທດ

  ງານປະກວດການສະແດງລະຄອນແຈວອາຊີບທົ່ວປະເທດ   - ảnh 1
ພາບປະກອບ

(vovworld-) ງານປະ​ກວດກາ​ນສະ​ແດງລະຄອນ​ແຈວ​ອາຊີບ​ທົ່ວ​ປະ​ເທດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່​ອນ​ໄຫວຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ-ຫາຍ​ຟ່ອງ 2013. ງານປະ​ກວດກາ​ນສະ​ແດງລະຄອນ​ແຈວ​ອາຊີບ​ທົ່ວ​ປະ​ເທດ ມີ​ການ​ເຂົ້າ​ຮ່ວມ​ຂອງ 17 ກອງ​ສິລະ​ປະລະ​ຄອນ​ແຈວ​ໃນ​ທົ່ວ​ປະ​ເທດ ດ້ວຍ 24 ລາຍການ​ສະ​ແດງ. ທ່ານ​ໂຮ່​ແອ​ງຕ້ວຍ ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ-ຫາຍ​ຟ່ອງ 2013 ​ໃຫ້​ຮູ້​ວ່າ :

“ ງານປະ​ກວດກາ​ນສະ​ແດງລະຄອນ​ແຈວ​ອາຊີບ​ທົ່ວ​ປະ​ເທດ ມີ​ຈຸດໝາຍ​ປະກອບສ່ວນ​ເຊີດ​ຊູ​ບັນດາ​ຄຸນຄ່າ​ດ້ານ​ສິລະ​ປະການ​ສະ​ແດງ​ລະຄອນ​ແຈວ, ​ເຊີດ​ຊູ​ບັນດາ​ຫົວໜ່ວຍ, ນັກ​ສິລະ​ປີນ ທີ່​ມີ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ພື້ນ​ຖານສິລະ​ປະການ​ສະ​ແດງ​ລະຄອນ​ແຈວຫວຽດນາມ. ພ້ອມ​ນັ້ນ, ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ກອງ​ລະຄອນ​ແຈວ,​ ນັກ​ສິລະ​ປີນ​ໄດ້​ພົບ​ປະ​ແລກປ່ຽນ,​ຊອກ​ຫາ​ສິ່ງ​ທີ່​ໃໝ່​ອຽມ​ໃນ​ດ້ານ​ສິລະ​ປະ ​ເພື່ອ​ສ້າງ​ໃຫ້​ມີ​ບັນດາ​ລາຍການ​ສະ​ແດງ​ທີ່​ມີ​ຄຸນ​ນະພາ​ບ ຮັບ​ໃຊ້​ມວນ​ຊົນ ” 

ຂ່າວ/ບົດ​ອື່ນ