ງານພົບປະມິດຕະພາບສະເຫີຼມສະຫຼອງ 52 ປີແຫ່ງວັນໄຊຊະນະ Hiron

ງານພົບປະມິດຕະພາບສະເຫີຼມສະຫຼອງ 52 ປີແຫ່ງວັນໄຊຊະນະ Hiron - ảnh 1
ງານ​ພົບ​ປະ​ມິດຕະພາບສະ​ເຫີຼມສະ​ຫຼອງ 52 ​ປີແຫ່ງ​ວັນ​ໄຊຊະນະ Hiron
(ພາບ: dangcongsan.vn)


(vovworld) – ຕອນ​ຄໍ່າ​ວັນ​ທີ 16/04, ຢູ່​ຮ່າ​ໂນ້ຍ, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ - ກຸຍ​ບາ, ສະຖານທູດ​ກຸຍ​ບາ ປະຈຳ​ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ງານ​ພົບ​ປະ​ມິດຕະພາບ ​ເພື່ອ​ສະ​ເຫີຼມສະ​ຫຼອງ 52 ​ປີແຫ່ງ​ວັນ​ໄຊຊະນະ Hiron ປະຫວັດສາດ​ຂອງ​ປະຊາຊົນ​ກຸຍ​ບາ (19/04/1961 – 19/04/2013). ກ່າວ​ຄຳ​ເຫັນ​ຢູ່​ພິທີ, ທ່ານ​ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຸຍ​ບາ ຫງວຽນ​ຢຸຍ​ເກືອ​ງ ​ເນັ້ນ​ໜັກ​ວ່າ; ​ໄຊ​ຊະ​ນະ Hiron ຂອງ​ປະຊາຊົນ​ກຸຍ​ບາ ​ເມື​່ອວັທີ 19/04/1961 ມີ​ຄວາມ​ໝາຍ​ທີ່​ໃຫຍ່​ຫຼວງ​ໃນ​ພາລະກິດ​ຕໍ່ສູ້​ປົກ​ປັກ​ຮັກສາ​ພື້ນຖານ​ເອກະລາດ​​ແຫ່ງຊາດຂອງ​ປະຊາຊົນ​ກຸຍ​ບາ ​ເວົ້ນສະ​ເພາະ ​ແລະ ຂອງ​ທົ່ວເຂດ​ອາ​ເມ​ລິ​ກາ​ລາຕີ​ນ ​ເວົ້າ​ລວມ; ​ແມ່ນ​​ການ​ປຸກ​ລະ​ດົມກຳລັງ​ໃຈອັນ​ໃຫຍ່​ຫຼວງ​ທີ່​ມີ​ຕໍ່ຂະ​ບວນການ​ປົດ​ປ່ອຍ​ຊາດ​ຂອງ​ໂລກ​ທີ 3, ​ໃນ​ນັ້ນ​ມີປະຊາຊົນ​ຫວຽດນາມ. ​ເມື່ອຫວນ​ຄືນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ກຸຍ​ບາ, ທ່ານ​ ຫງວຽນ​ຢຸຍ​ເກືອ​ງ ​ໃຫ້​ຮູ້​ວ່າ; ​ໃນ​ຕະຫຼອດ​ກວ່າ​ເຄຶ່ງສະຕະ​ວັດ​ທີ່​ຜ່ານ​ມາ, 2 ຊາ​ດຫ​ວຽດນາມ ​ແລະ ກຸຍ​ບາ ​ໄດ້​ສາມັກຄີ​, ສະໜິດຕິດ​ພັນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ພ້ອມ​ກັນ​ແບ່ງປັນ​ຄວາມ​ສຸກ​ເມື່ອ​ໄດ້​ຮັບໄຊຊະນະ. ທ່ານ​ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຸຍ​ບາ ຫງວຽນ​ຢຸຍ​ເກືອງ, ທ່ານທີ່​ປຶກສາ​ດ້ານ​ເສດຖະກິດ​ສະຖານທູດ​ກຸຍ​ບາ​ Loida Rivera ​ແລະ​ທ່ານ​ປະທານ​ສະມາຄົມ​ສະ​ວິດ - ກຸຍ​ບາ Jauch Federico ​ໄດ້ພ້ອມ​ກັນ​ຢືນຢັນ​ຄວາມ​ສາມັກຄີ ​ແລະ ການ​ສະໜັບສະໜູນ​ຂອງ​ສາກົນ​ສຳລັບ​ປະຊາຊົນ​ກຸຍ​ບາ.

ຂ່າວ/ບົດ​ອື່ນ