ຕອນບ່າຍວັນທີ 19/12, ຢູ່ຮ່າໂນ້ຍ, ຄະນະກຳມະການສາມັກຄີຄິຼດທະສາສະໜາຫວຽດນາມ ໄດ້ຈັດງານພົບປະສ້າງສັນ ເນື່ອງໃນໂອກາດວັນບຸນ Christmas 2011. ຄຸນພໍ່ບູ່ຍກົງແຢງ, ປະທານຄະນະກຳມະການສາມັກຄີຄິຼດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ, ປີ 2011, ຊາວຄຼິດຫວຽດນາມຍັງສືບຕໍ່ຮ່ວມເດີນທາງພ້ອມກັບຊາດໃນທຸກໆຂົງເຂດຂອງຊີວິດດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ປະຕິບັດການຂົນຂວາຍທົ່ວປວງຊົນສາມັກຄີກັນ ສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ ໃຫ້ເປັນຢ່າງດີ. ນະທີ່ນີ້, ຜູ້ຕາງໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະແນວໂຮມປະເທດຊາດຫວຽດນາມ ໄດ້ຍອ້ງຍໍສັນລະເສີນບັນດາການ ເຄືອ່ນໄຫວແຂ່ງຂັນຮັກຊາດຂອງຊາວຄຼິດໃນໄລຍະຜ່ານມາ ແລະອວຍພອນໃຫ້ຊາວຄຼິດຈົ່ງຕ້ອນຮັບວັນບຸນ Christmas ດ້ວຍຄວາມສະຫງົບສຸກ.